• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ກຽມ​ພ້ອມ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ໃຫ້​ແກ່​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ ​ໄຟ​ຟ້າ

ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ John Neuffer ປະທານ SIA ເປັນປະທານຮ່ວມການໂອ້ລົມສົນທະນາ, ພ້ອມກັບການເຂົ້າຮ່ວມຂອງບາງກະຊວງ ແລະ ທ້ອງຖິ່ນ, ກຸ່ມບໍລິສັດ, ວິສາຫະກິດເຕັກໂນໂລຢີໃຫຍ່ຂອງ ຫວຽດນາມ ແລະ ອາເມລິກາ.
  ການໂອ້ລົມສົນທະນາ “ຫວຽດນາມ ກຽມພ້ອມພື້ນຖານໂຄງລ່າງເພື່ອຕ້ອນຮັບນັກລົງທຶນໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ” (ພາບ: TTXVN)  

ຕອນເຊົ້າວັນທີ 7 ທັນວາ, ການໂອ້ລົມສົນທະນາ “ຫວຽດນາມ ກຽມພ້ອມພື້ນຖານໂຄງລ່າງເພື່ອຕ້ອນຮັບນັກລົງທຶນໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ” ໂດຍກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າພາບຈັດຂຶ້ນ, ສູນນະວັດຕະກຳແຫ່ງຊາດ ສົມທົບກັບສະມາຄົມອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) ຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ John Neuffer ປະທານ SIA ເປັນປະທານຮ່ວມການໂອ້ລົມສົນທະນາ, ພ້ອມກັບການເຂົ້າຮ່ວມຂອງບາງກະຊວງ ແລະ ທ້ອງຖິ່ນ, ກຸ່ມບໍລິສັດ, ວິສາຫະກິດເຕັກໂນໂລຢີໃຫຍ່ຂອງ ຫວຽດນາມ ແລະ ອາເມລິກາ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ໃຫ້ຮູ້ວ່າ:

ລັດຖະບານ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຂຶ້ນ, ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ, ວິສາຫະກິດທ້ອງຖິ່ນ ສ້າງແຜນການເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຄິ່ງຊັກນຳໄຟຟ້າ ຮອດປີ 2030. ຕາມນັ້ນແລ້ວ, ຫວຽດນາມ ຈະບຳລຸງສ້າງນັກວິສະວະກອນ ລວມມີ 3000 ຄົນ ໃນຂະແໜງເຄິ່ງຊັກນຳໄຟຟ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ປະທານ SIA ແລະ ບັນດາວິສາຫະກິດສະມາຊິກຈະຮັບໄດ້ຂໍ້ມູນທີ່ຕັ້ງໜ້າຫຼາຍຢ່າງເພື່ອຄົ້ນຄ້ວາ ແລະ ມີການຕັດສິນມາລົງທຶນ ຢູ່ ຫວຽດນາມ ໂດຍໄວ

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top