
ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ຫວຽດນາມ ຖືການພົວພັນມິດຕະພາບທີ່ສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈກັບ ກູບາ ເປັນສຳຄັນທີ່ສຸດ. ພິເສດແມ່ນໃນໄລຍະຫວ່າງມໍ່ໆມານີ້, ກະຊວງ, ຂະແໜງການສອງປະເທດ ໄດ້ມານະພະຍາຍາມແກ້ໄຂບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ແລະ ປັບປຸງ, ພັດທະນາການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢ້ັງ.
ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ Orlando Nicolás Hernández Guillén ຈົ່ງສົມທົບກັບບັນດາກະຊວງ, ຂະແໜງການ, ຂະແໜງ ຫວຽດນາມ ແລະ ກູບາ ຜັນຂະຫຍາຍບາງທິດທາງ, ມາດຕະການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ ສຳເລັດ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງ ເລື່ອງສອງປະເທດຮ່ວມມື ແລະ ແບ່ງປັນການທົດລອງສັກວັກຊິນຕໍ່ຄົນ, ອອກໃບອະນຸຍາດ ແລະ ສະໜອງໂດຍໄວ, ຖ່າຍທອດເຕັກນິກການຜະລິດວັກຊິນກັນໂຄວິດ - 19 ຂອງ ກູບາ ຢູ່ ຫວຽດນາມ ຕາມຂໍ້ຕົກລົງລະຫວ່າງ ສອງປະເທດ.
ສ່ວນທ່ານ Orlando Nicolás Hernández Guillén ໄດ້ຢັ້ງຢືນວ່າຈະມານະພະຍາຍາມປະກອບສ່ວນເຂົ້າໃນການສືບຕໍ່ປັບປຸງ ແລະ ຮັດແໜ້ນກ່ວາອີກ ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ຄວາມສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ລັດ , ລັດຖະບານ ແລະ ປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຈະສົມທົບກັບບັນດາອົງການຂອງສອງປະເທດ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມືຜະລິດວັກຊິນຢູ່ ຫວຽດນາມ.