• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ທັດ​ສະ​ນະ​ສຳ​ລັບ​ບັນ​ຫາ ໄຕ້​ຫວັນ (ຈີນ)

ອາເມລິກາ ແລະ ຈີນ ແມ່ນບັນດາປະເທດທີ່ມີອິດທິພົນໃນທົ່ວໂລກ ແລະ ແມ່ນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ. ດັ່ງນັ້ນ, ຄວາມເຄັ່ງຕຶງລະຫວ່າງສອງຝ່າຍຈະບໍ່ມີຜົນດີຕໍ່ການພັດທະນາຂອງທົ່ວໂລກ.

ອາເມລິກາ ແລະ ຈີນ ແມ່ນບັນດາປະເທດທີ່ມີອິດທິພົນໃນທົ່ວໂລກ ແລະ ແມ່ນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ. ດັ່ງນັ້ນ, ຄວາມເຄັ່ງຕຶງລະຫວ່າງສອງຝ່າຍຈະບໍ່ມີຜົນດີຕໍ່ການພັດທະນາຂອງທົ່ວໂລກ.

    

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ໃນການຖະແຫຼງຂ່າວນັດສາມັນປະຈຳເດືອນທີ່ດຳເນີນໃນຕອນບ່າຍວັນທີ 11 ສິງຫາ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງສະພາບຢູ່ຊ່ອງແຄບທະເລ ໄຕ້ຫວັນ ພາຍຫຼັງການຢ້ຽມຢາມຂອງທ່ານນາງປະທານສະພາຕ່ຳ ອາເມລິກາ Nancy Pelosi, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນຄືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບນະໂຍບາຍ “ປະເທດຈີນດຽວ” ແລະ ຫວັງວ່າ ບັນດາຝ່າຍຈະອົດກັ້ນ, ສ້າງສະພາບແວດລ້ອມສັນຕິພາບທີ່ມີສະຖຽນລະພາບຢູ່ພາກພື້ນ:

        “ຫວຽດນາມ ມີຄວາມສົນໃຈ ແລະ ຕິດຕາມສະພາບການຢູ່ຊ່ອງແຄບທະເລ ໄຕ້ຫວັນ ໃນປັດຈຸບັນ ເປັນປະຈຳ. ຫວຽດນາມ ຖືວ່າ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ຊ່ອງແຄບທະເລທີ່ມີຄວາມໝາຍສຳຄັນສຳລັບພາກພື້ນ ແລະ ໂລກ ໃນສະພາບການໂລກມີການຜັນແປຢ່າງສັບສົນຄືໃນປັດຈຸບັນ. ທັດສະນະຂອງ ຫວຽດນາມ ກ່ຽວກັບບັນຫາ ໄຕ້ຫວັນ ແມ່ນສະເໝີຕົ້ນສະເໝີປາຍ, ເຊິ່ງສະແດງໃຫ້ເຫັນໃນເອກະສານລວມໃນການຢ້ຽມຢາມຂອງຄະນະການນຳຂັ້ນສູງສອງປະເທດ ຫວຽດນາມ ແລະ ຈີນ. ບົນພື້ນຖານການຢຶດໝັ້ນຕໍ່ຫຼັກການ ປະເທດ ຈີນ ດຽວ, ຫວຽດນາມ ປາດຖະໜາວ່າ ບັນດາຝ່າຍທີ່ກ່ຽວຂ້ອງ ຈະອົດກັ້ນບໍ່ເຮັດໃຫ້ສະພາບການຢູ່ຊ່ອງແຄບທະເລ ໄຕ້ຫວັນ ເຄັ່ງຕຶງ ຂຶ້ນຕື່ມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຮ່ວມມືຢູ່ພາກພື້ນ ກໍຄືໃນທົ່ວໂລກ.”

        ກ່ຽວຂ້ອງເຖິງສະພາບຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ພາຍຫຼັງການຢ້ຽມຢາມ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຖືວ່າ, ອາເມລິກາ ແລະ ຈີນ ແມ່ນບັນດາປະເທດທີ່ມີອິດທິພົນໃນທົ່ວໂລກ ແລະ ແມ່ນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ. ດັ່ງນັ້ນ, ຄວາມເຄັ່ງຕຶງລະຫວ່າງສອງຝ່າຍຈະບໍ່ມີຜົນດີຕໍ່ການພັດທະນາຂອງທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top