• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ກ​ຽມ​ຈັດ​ເວ​ທີ​ປາ​ໄສ​ອະນາ​ຄົດ ອາ​ຊຽນ 2026 ຢູ່​ຮ່າ​ໂນ້ຍ

ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (ASEAN Future Forum 2026) ຈະ​ດຳ​ເນີນ​ໃນ​ວັນ​ທີ 9 – 10 ມ​ິ​ຖຸ​ນາ, ດ້ວຍ​ຫົວ​ຂໍ້ “ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດລວມ: ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ”.
  ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ແມັ້ງ​ເກືອງ ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ (ພາບ: VOV5)  

ຕອນ​ບ່າຍ​ວັນ​ທີ 26 ພຶດ​ສະ​ພາ, ຢູ່​ສະ​ຖາ​ບັນ​ການ​ພົວ​ພັນຕ່າງ​ປະ​ເທດ, ຮ່າ​ໂນ້ຍ ໂດຍ​ເປັນ​ປະ​ທານກ​ານ​ຖະ​ແຫຼງ​ຂ່າວ​ສາ​ກົນ ກ່ຽວ​ກັບ​ເຫດ​ການ​ນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ແມັ້ງ​ເກືອງ ໃຫ້​ຮູ້​ວ່າ ເວ​ທີ​ປາ​ໄສ​ປີ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ທີ່ຫຼາກຫຼາຍ​ພາກ​ສ່ວນກວ່າ, ເນຶ້ອ​ໃນ​ອຸ​ດົມ​ສົມ​ບູນກວ່າ, ມີຫຼາຍ​ການ​ເຄື່ອນ​ໄຫວກວ່າ ເມືີ່ອ​ທຽບ​ໃສ່​ກັບ​ເວ​ທີ​ປາ​ໄສ​ຈັດ​ຂຶ້ນ​ໃນ​ກ່ອນ​ນີ້. ທ່ານ ໃຫ້​ຮູ້​ວ່າ:

ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ແມ່ນເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ນັບ​ທັງ​ຂັ້ນ​ສູງ ແລະ ລົງ​ເລິກ. ເວ​ທີ​ປາ​ໄສ​ຈັດ​ຂຶ້ນ​ໃນ​ສະ​ພາຍ​ການ​ອາ​ຊຽນ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ດ້ວຍ​​ມະ​ໂນ​ພາບ ແລະ ວິ​ໄສ​ທັດ​ໃໝ່. ຜ່າ​ນ​ການ​ແລກ​ປ່ຽນ​ໂອ້​ລົມ​ສົນ​ທະ​ນາ​ຢູ່​ເວ​ທີ​ປາ​ໄສ, ອາ​ຊຽນ ຈະ​ແບ່ງ​ປັນ​ບັນ​ດາ​ທັດ​ສະ​ນະ ແລະ ຄວາມ​ຮັບ​ຮູ້​ລວມ ແລະ ນີ້​ແມ່ນ​ສິ່ງ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ບັນ​ຫ​າທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ ແລະ ຍົກ​ລະ​ດັບ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ ແລະ ຍົກ​ລະ​ດັບ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ໃນ​ຂອບ​ເຂດ​ການຢ​້ຽມ​ຢາມ​ ສິ​ງ​ກະ​ໂປ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານປະ​ເທດ ຫວຽດ​ນາມ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສະ​ເໜີ​ຄຳ​ແນະ​ນຳ​ທີ່​ກອງ​ປະ​ຊຸມ Shangri-La.

Top