• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຄວບ 2 ຕ​ຳ​ແໜ່ງ​ປະ​ຈຳ ມາ​ເລ​ເຊຍ ໃນ​ປີ​ ​ປະ​ທານ​ອາ​ຊຽນ

ຕອນຄ່ຳວັນທີ 20 ທັນວາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ທ່ານ ເລກຸ໊ຍກ່ິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ຈັດຕັ້ງງານລ້ຽງຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດປະຈຳ ມາເລເຊຍ ທັງປະຈຳ ຫວຽດນາມ ເນື່ອງໃນໂອກາດ ປີໃໝ່ສາກົນ 2020.

ທ່ານ ເລກຸ໊ຍກ່ິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ (ພາບ: TTXVN)

ທ່ານ ເອກອັກຄະລັດຖະທູດ ເລກຸຍກ່ິງ ຢັ້ງຢືນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມຍາມໃດກໍ່ພ້ອມແລ້ວທີ່ຈະຕ້ອນຮັບເອກອັກຄະລັດຖະທູດທີ່ຄວບ 2 ຕຳແໜ່ງຂອງບັນດາປະເທດ ໄປຍັງ ຫວຽດນາມຢ່າງເປັນປະຈຳເພື່ອ ຊອກຮູ້ຢ່າງເລິກເຊີ່ງກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ກໍ່ຄືບັນດາໂອກາດຮ່ວມມື, ປະຕິບັດບົດບາດເປັນຂົວເຊື່ອມຕໍ່ການຮ່ວມມືລະຫວ່າງ ຫວຽດນາມ ກັບລັດຖະບານ ແລະ ວິສາຫະກິດ ບັນດາປະເທດໃນບັນດາຂົງເຂດທັງໝົດ, ນັບແຕ່ການເມືອງ - ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະຍະທຳ, ການສຶກສາ, ວິທະນາສາດ - ເຕັກໂນໂລຢີ… ໃນປີ 2020, ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ, ມີກອງປະຊຸມສຳຄັນຫຼາຍທີ່ສຸດຈະໄດ້ຈັດຕັ້ງຢູ່ ຫວຽດນາມ. ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍຈັດຕັ້ງບັນດາລາຍການເພື່ອໃຫ້ບັນດາທ່ານເອກອັກຄະລັດຖະທູດກໍ່ຄືບັນດາຄະນະປະຕິບັດງານຂອງ ລັດຖະບານ ແລະ ວິສາຫະກິດ ບັນດາປະເທດມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງສະດວກ ແລະ ມີປະສິດທິຜົນສູງທີ່ສຸດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ.

Top