• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຢູ່ກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການກອງ​ທັບ​ອາ​ກາດ​ບັນ​ດາ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 22

ກອງປະຊຸມຜູ້ບັນຊາການກອງທັບອາກາດ ອາຊຽນ ແມ່ນເວທີປາໄສຮ່ວມມືການທະຫານໃນພາກພື້ນລະຫວ່າງຜູ້ບັນຊາການກອງທັບອາກາດບັນດາປະເທດ ແລະ ແມ່ນສ່ວນໜຶ່ງໃນກົນໄກຮ່ວມມືດ້ານປ້ອງກັນຂອງອາຊຽນ.
ກອງປະຊຸມຜູ້ບັນຊາການກອງທັບອາກາດ ອາຊຽນ ຄັ້ງທີ 22 (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມຜູ້ບັນຊາການກອງທັບອາກາດ ອາຊຽນ ຄັ້ງທີ 22 ທີ່ໄດ້ດຳເນີນໃນວັນທີ 5 ກັນຍາ, ຢູ່ຈາກາຈາ, ອິນໂດເນເຊຍ ດ້ວຍຫົວຂໍ້ “ລັກສະນະກວມລວມ ແລະ ຍືນຍົງໃນການເຄື່ອນໄຫວພົບປະຍົບປະຊາຊົນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້”, ທ່ານພົນຈັດຕະວາ ຫວູຮົ່ງເຊີນ, ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຫວຽດນາມ ຢັ້ງຢືນວ່າ:

ຫວຽດນາມເຂົ້າຮ່ວມກອງປະຊຸມຜູ້ບັນຊາການກອງທັບອາກາດ ບັນດາປະເທດ ອາຊຽນ ຄັ້ງທີ 22ດ້ວຍເປົ້າໝາຍສືບຕໍ່ຢັ້ງຢືນນະໂຍບາຍປ້ອງກັນປະເທດແຫ່ງສັນຕິພາບ, ປ້ອງກັນຕົວຂອງຕົນ, ພ້ອມທັງສະແດງຈິດໃຈເປັນເຈົ້າການຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນພາກພື້ນ. ກອງປະຊຸມປີນີ້ແມ່ນເວທີປາໄສສຳຄັນເພື່ອໃຫ້ກຳລັງກອງທັບອາກາດບັນດາປະເທດ ອາຊຽນ ເພີ່ມທະວີການແລກປ່ຽນ, ຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນຊຸກຍູ້ລັກນະສະກວມລວມ ແລະ ຍືນຍົງໃນການຮ່ວມມືລະຫວ່າງບັນດາກຳລັງກອງທັບອາກາດ ອາຊຽນ.

ກອງປະຊຸມຜູ້ບັນຊາການກອງທັບອາກາດ ອາຊຽນ ແມ່ນເວທີປາໄສຮ່ວມມືການທະຫານໃນພາກພື້ນລະຫວ່າງຜູ້ບັນຊາການກອງທັບອາກາດບັນດາປະເທດ ແລະ ແມ່ນສ່ວນໜຶ່ງໃນກົນໄກຮ່ວມມືດ້ານປ້ອງກັນຂອງອາຊຽນ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top