• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ນຳ​ໜ້າ​ໃນ​ການ​ຫັນ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ​ 2045 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ໃນ​ນັ້ນ​ມີ ຫວຽດ​ນາມ ຕ້ອງ​ສ້າງວິ​ວັດ​ການ ແລະ ບັນ​ດາ​ມາດ​ຕະ​ການ, ໃຫ້​ບຸ​ລິ​ມະ​ສິດ​ລະ​ອຽດ​ໃຫ້​ແຕ່​ລະ​ໄລ​ຍະ​ດ້ວຍ​ການ​ລົງ​ທຶນ​ແຫຼ່ງ​ກຳ​ລັງ​ສົມ​ຄວນ ໃຫ້​ແກ່​ວຽກ​ງານ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ປະ​ຊາ​ຄົມ ອາ​ຊຽນ 2045.
ພາບ​ປະ​ກອບ: VNA
ທ່ານນາງ ໂຕນ​ທິ​ງອກ​ເຮືອງ ​ເອກ​ອັກ​ຄະ​ລັດ​ຖະທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ໄດ້ຢັ້ງ​ຢືນ​ສິ່ງ​ນີ້ ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ເນື່ອງ​ໃນ​ໂອ​ກາດ 31 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ (28/7/1995 – 28/7/2026), ກົງ​ກັ​ບ​ຈຸດ​ເວ​ລາ​ອາ​ຊຽນ​ກ້າວ​ເຂົ້າ​ສູ່​ປີ​ທຳ​ອິດ​ຜັນ​ຂະ​ຫຍາ​ຍ​ວິ​ໄສ​ທັດ ປະ​ຊາ​ຄົມ ອາ​ຊຽນ 2045 ດ້ວຍ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃໝ່ຫຼາຍ​ຢ່າງ. ຕາມ​ທ່ານ​ນາງ ໂຕນ​ທິ​ງອກ​ເຮືອງ​ແລ້ວ, ປີ 2026 ແມ່ນ​ປີ​ທຳ​ອິດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຜັນ​ຂະ​ຫຍາ​ຍ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 145 ດ້ວຍຫຼາຍ​ແຜນ​ການ​ໃຫຍ່. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ໃນ​ນັ້ນ​ມີ ຫວຽດ​ນາມ ຕ້ອງ​ສ້າງວິ​ວັດ​ການ ແລະ ບັນ​ດາ​ມາດ​ຕະ​ການ, ໃຫ້​ບຸ​ລິ​ມະ​ສິດ​ລະ​ອຽດ​ໃຫ້​ແຕ່​ລະ​ໄລ​ຍະ​ດ້ວຍ​ການ​ລົງ​ທຶນ​ແຫຼ່ງ​ກຳ​ລັງ​ສົມ​ຄວນ ໃຫ້​ແກ່​ວຽກ​ງານ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ ປະ​ຊາ​ຄົມ ອາ​ຊຽນ 2045.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top