• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຈັດ​ສົ່ງ​ຄະ​ນະ​ປະ​ຕິ​ບັດງານ​ໄປ​ກູ້​ໄພ​ກູ້​ຊີບ ຢູ່​ຕວັກ​ກີ

ເລີ່ມມາຈາກການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຕວັກກີ, ແບ່ງປັນບັນດາຄວາມຫຍຸ້ງຍາກ ເຊິ່ງຕວັກກີພວມປະສົບ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງຄະນະປະຕິບັດງານໄປຕວັກກີຢ່າງເປັນທາງການລວມມີພົນຕຳຫຼວດ 24 ຄົນ ດ້ວຍເປົ້າໝາຍໜູນຊ່ວຍການກູ້ໄພກູ້ຊີບ.
  ທ່ານພົນເອກ ໂຕເລິມ ຖ່າຍຮູບກັບຄະນະປະຕິບັດງານໄປກູ້ໄພກູ້ຊີບ ຢູ່ຕວັກກີ   

ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດໄດ້ຈັດພິທີອອກເຄື່ອນທັບໃຫ້ແກ່ຄະນະປະຕິບັດງານກະຊວງຕຳຫຼວດໄປກູ້ໄພກູ້ຊີບ ຢູ່ຕວັກກີ. ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໂດຍເລີ່ມມາຈາກການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ຕວັກກີ, ແບ່ງປັນບັນດາຄວາມຫຍຸ້ງຍາກ ເຊິ່ງຕວັກກີພວມປະສົບ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງຄະນະປະຕິບັດງານໄປຕວັກກີຢ່າງເປັນທາງການລວມມີພົນຕຳຫຼວດ 24 ຄົນ ດ້ວຍເປົ້າໝາຍໜູນຊ່ວຍການກູ້ໄພກູ້ຊີບ, ຊອກຫາຜູ້ປະສົບເຄາະຮ້າຍ ແລະ ສະໜອງການໜູນຊ່ວຍມະນຸດສະທຳ, ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິພາຍຫຼັງເຫດແຜ່ນດິນໄຫວໂດຍໄວ. ທ່ານລັດຖະມົນຕີ ໂຕເລິມ ໃຫ້ຮູ້ວ່າ:

ໃນໄລຍະປະຕິບັດໜ້າທີ່ໃນພື້ນທີ່ຕົວຈິງ, ດ້ວຍບົດບາດຕາງໜ້າໃຫ້ແກ່ປະເທດຊາດ ແລະ ກຳລັງຕຳຫຼວດຫວຽດນາມ, ບັນດາສະມາຊິກຂອງຄະນະປະຕິບັດງານ ຕ້ອງມານະພະຍາຍາມ, ຕັ້ງໜ້າສົມທົບກັບກຳລັງຕ່າງໆ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ສິ່ງອັນຕະລາຍ ແລະ ຍົກສູງຈິດໃຈສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄຸນທາດ, ຄຸນສົມບັດຂອງນັກຮົບຕຳຫຼວດປະຕິວັດ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ...

Top