• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຄວນ​ເພີ່ມ​​ກຳ​ລັງ​ຄວາມ​ສາ​ມາດ​ຕ້ານໂລກ​ລະ​ບາດ​ໃນອະ​ນາ​ຄົດ

ຕອນເຊົ້າວັນທີ 26 ສິງຫາ, ຢູ່ສຳນັກງານລັດຖະບານ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ, ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການ.

ຕອນເຊົ້າວັນທີ 26 ສິງຫາ, ຢູ່ສຳນັກງານລັດຖະບານ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ, ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການ.

    

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ 

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢັ້ງຢືນວ່າ, ລັດຖະບານ ຫວຽດນາມ ຕີລາຄາສູງ ຕໍ່ບົດບາດຂອງອົງການ UNDP ເວົ້າລວມ, ໃນນາມສ່ວນຕົວທ່ານນາງ Caitlin Weisen ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນໄລຍະເກີດພະຍາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ອົງການ UNDP ສົມທົບກັບອົງການອະນາໄມໂລກ WHO ແລະ ບັນດາຄູ່ຮ່ວມມືສາກົນອື່ນ ເພີ່ມທະວີການໜູນຊ່ວຍທາງດ້ານ ພື້ນຖານສາທາລະນະສຸກ, ການແພດປ້ອງກັນ, ຊ່ວຍຫວຽດນາມ ເພີ່ມຄວາມສາມາດຮັບມືກັບໂລກລະບາດທີ່ຈະເກີດຂຶ້ນໃນອະນາຄົດ. ທ່ານນາງ Caitlin Weisen ໄດ້ແບ່ງປັນຄວາມຊົງຈຳ, ອາລົມຈິດຄວາມຮັກແພງຫຼາຍຢ່າງ ໃນໄລຍະທີ່ເຮັດວຽກຢູ່ ຫວຽດນາມ, ທ່ານນາງຢັ້ງຢືນວ່າ ຈະສືບຕໍ່ມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ, ມີຄວາມໝາຍເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ UNDP ໃນຂອບເຂດໂຄງການລະດັບຊາດ ລະຫວ່າງ ຫວຽດນາມ - UNDP ໄລຍະ 2022 – 2026.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top