ຕອນເຊົ້າວັນທີ 25 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) ໄດ້ມີການພົບປະເຈລະຈາກັບທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.
ໃນຂອບເຂດການພົບປະເຈລະຈາ, WIPO ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MoU). ຕາມເນື້ອໃນ MoU, ບັນດາຂົງເຂດໃຫ້ບຸລິມະສິດຜັນຂະຫຍາຍ, ລວມມີ: ສ້າງນະໂຍບາຍ, ກົດໝາຍ ແລະ ຍຸດທະສາດກ່ຽວກັບຊັບສິນທາງປັນຍາໃຫ້ສົມບູນແບບ; ຊຸກຍູ້ລະບົບຈົດທະບຽນສາກົນ; ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ startup; ຍູ້ແຮງການສຶກສາ, ບຳລຸງສ້າງ, ຍົກສູງຄວາມຮັບຮູ້ຂອງປະຊາຄົມ…
ຕາມທ່ານ Daren Tang ແລ້ວ, ເລື່ອງລົງນາມໃນ MoU ຈະເປີດໂຄງການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ WIPO ໃນສະພາບທ່າອ່ຽງທົ່ວໂລກຫັນຈາກ “ປົກປ້ອງສິດຊັບສິນທາງປັນຍາ” ໄປສູ່ “ຫັນສິດຊັບສິນທາງປັນຍາເປັນການຄ້າ” ຊັບສິນທາງປັນຍາ, ພິເສດ, ໃນສະພາບ ຫວຽດນາມ ພວມຍູ້ແຮງການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ໃນເບື້ອງຕົ້ນບັນລຸໄດ້ຜົນງານທີ່ໜ້າສົນໃຈຈຳນວນໜຶ່ງ.