• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ​ແລະ ຍີ່​ປຸ່ນ ຊຸກຍູ້​ການຮ່ວມ​ມື​​ດ້ານເສດຖະກິດ

ທ່ານ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ສະເໜີໃຫ້ສອງຝ່າຍປຶກສາຫາລື ເພື່ອກັບຄືນສູ່ການເຄື່ອນໄຫວໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດເທື່ອລະກ້າວໂດຍໄວ, ພິເສດແມ່ນບັນດາຜູ້ບໍລິຫານ, ນັກຊ່ຽວຊານ ເພື່ອສ້າງພື້ນຖານແກ່ການຊຸກຍູ້ການຮ່່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໂອ້ລົມຜ່ານທາງໂທລະສັບ ກັບ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu (ພາບ:VGP)

ວັນທີ 01 ມິຖຸນາ, ທີ່ການໂອ້ລົມຜ່ານທາງໂທລະສັບລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກັບ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ໃຫ້ຮູ້ວ່າ ນອກຈາກບັນດາບ້ວງເງິນໜູນຊ່ວຍຫວຽດນາມໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ເມື່ອກ່ອນນີ້ແລ້ວ, ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍອຸປະກອນການແພດໃຫ້ແກ່ ຫວຽດນາມ ໂດຍອີງຕາມຄວາມຕ້ອງການຂອງຫວຽດນາມ. ບົນສະພາບການໂລກລະບາດຢູ່ສອງປະເທດ, ທ່ານ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ສະເໜີໃຫ້ສອງຝ່າຍປຶກສາຫາລື ເພື່ອກັບຄືນສູ່ການເຄື່ອນໄຫວໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດເທື່ອລະກ້າວ ໂດຍໄວ, ພິເສດແມ່ນບັນດາຜູ້ບໍລິຫານ, ນັກຊ່ຽວຊານ ເພື່ອສ້າງພື້ນຖານແກ່ການຊຸກຍູ້ການຮ່່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ.

        ສອງຝ່າຍເຫັນດີເປັນເອກະພາບ ຈະສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຂອງພາກພື້ນ ແລະ ສາກົນ ໃນນັ້ນ ມີ ອາຊຽນ ແລະ ແມ່ນໍ້າຂອງ - ຍີ່ປຸ່ນ; ຊຸກຍູ້ການຜັນຂະຫຍາຍຂໍ້ສະເໜີແນະທີ່ວ່າ ສ້າງຕັ້ງສູນ ອາຊຽນ ກ່ຽວກັບໂລກລະບາດທີ່ເກີດຂຶ້ນໃໝ່ ແລະ ບັນດາບັນຫາການແພດສຸກເສີນ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ທີ່ໄດ້ຍົກອອກມາໃນກອງປະຊຸມສຸດຍອດພິເສດ ອາຊຽນ + 3 ເຊິ່ງດໍາເນີນໃນວັນທີ 14 ເມສາ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top