• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ​ເລີ່​ມດໍາ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າ​ງ​ເປັນ​ທາງ​ການ ​ໃນ​ຖານະ​ເປັນ​ປະທານ​ສະພາ​ຄວາມໝັ້ນຄົງ ສປຊ

ວັນທີ 2 ມັງກອນ, ທີ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ຫວຽດນາມ ໄດ້ດໍາເນີນບັນດາການເຄື່ອນໄຫວຢ່າງເປັນທາງການໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ, ເປີດສາກໃຫ້ແກ່ອາຍຸການເປັນສະມາຊິກ ສະພາຄວາມໝັ້ນຄົງ ສປຊ 2020 – 2021. 
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໃນພິທີຕັ້ງທຸງ (ພາບ:nhandan.com)

ພິທີຕັ້ງທຸງຂອງ 5 ປະເທດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໃໝ່ ອາຍຸການ 2020 – 2021, ລວມມີ Estonia, Niger, Saint Vincent ແລະ Grenadines, Tunisia ແລະ ຫວຽດນາມ ເຊິ່ງໄດ້ຈັດຂຶ້ນຢ່າງສົມກຽດຢູ່ຫໍປະຊຸມຂອງ ສະພາຄວາມໝັ້ນຄົງ ສປຊ.

        ກ່າວຄໍາເຫັນທີ່ພິທີ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ: ຫວຽດນາມ ຈະມານະພະຍາຍາມຈົົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານຂອງສະພາຄວາມໝັ້ນຄົງ, ຮັບປະກັນການປະຕິບັດກົດບັດ ສປຊ ແລະ ຊຸກຍູ້ລັດທິຫຼາຍຝ່າຍ, ພ້ອມທັງສະແດງຄວາມປາດຖະໜາວ່າ ບັນດາປະເທດຈະສະໜັບສະໜູນບັນດາຄວາມມານະພະຍາຍາມຂອງຫວຽດນາມ, ບໍ່ພຽງແຕ່ໃນເດືອນຫວຽດນາມເປັນປະທານ ສະພາຄວາມໝັ້ນຄົງ ເທົ່ານັ້ນ ຫາກໃນຕະຫຼອດໄລຍະຈະມາເຖິງອີກດ້ວຍ.

        ແລະກໍໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາລາຍການເຮັດວຽກໃນເດືອນ ມັງກອນ 2020 ໂດຍຫວຽດນາມສະເໜີ. ຫຼັງຈາກນັ້ນ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ກໍ່ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ໃນຖານະເປັນປະທານ ສະພາຄວາມໝັ້ນຄົງ. ກອງປະຊຸມມີການເຂົ້າຮ່ວມຂອງນັກຂ່າວ, ຜູ້ຕາງໜ້າບັນດາສໍານັກຂ່າວສານ ແລະ ອົງການສື່ມວນຊົນ ປະຈໍາ ສປຊ ກວ່າ 60 ຄົນ. ນະທີ່ນີ້, ບັນດານັກຂ່າວ ໄດ້ຕັ້ງຄໍາຖາມ 19 ຂໍ້ ແລະ ທ່ານດັ້ງດິ່ງກຸ໊ຍ ກໍໄດ້ຕອບຕາມລໍາດັບ ກ່ຽວກັບວຽກງານຂອງ ສປຊ, ນະໂຍບາຍການຕ່າງປະເທດຂອງຫວຽດນາມ ແລະ ບັນດາບຸລິມະສິດຂອງຫວຽດນາມໃນເດືອນເປັນປະທານ ສະພາຄວາມໝັ້ນຄົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top