• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ອະນຸຍາດນຳໃຊ້ວັກຊິນ ໂຄວິດ-19 ຊະນິດທຳອິດ

ກະຊວງສາທາລະນະສຸກ ຍັງສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມມື ເພື່ອສາມາດຮັບເອົາວັກຊິນກັນໂຄວິດ-19 ມາໃຫ້ ຫວຽດນາມ ຕື່ມອີກ. ຄາດວ່າ ໃນໄຕມາດ 1 , ປະຊາຊົນ ຫວຽດນາມ ຈະໄດ້ສັກວັກຊິນຂອງ Astra Zeneca.
ຕອນເຊົ້າວັນທີ 30 ມັງກອນ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ສະພາປຶກສາອອກໃບຢັ້ງຢືນອະນຸຍາດໃຫ້ນຳໃຊ້ຢາ, ສັງກັດກະຊວງສາທາລະນະສຸກ ຫວຽດນາມ ໃຫ້ ອະນຸຍາດໃຫ້ວັກຊິນ ກັນໂຄວິດ-19 ຂອງ Astra Zeneca (ອັງກິດ) ໄດ້ຮັບການນຳໃຊ້ໃນກໍລະນີສຸກເສີນປ້ອງກັນ, ຕ້ານໂລກພະຍາດ. ນີ້ແມ່ນວັກຊິກກັນໂຄວິດ-19 ຊະນິດທຳອິດໄດ້ຮັບການອະນຸຍາດນຳໃຊ້ຢູ່ ຫວຽດນາມ. ຕາມທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, Astra Zeneca ໄດ້ໃຫ້ຄຳໝັ້ນສັນຍາສະໜອງໃຫ້ ຫວຽດນາມ ວັກຊິນກັນໂຄວິດ-19 ປະມານ 30 ລ້ານໂດສ ໃນປີ 2021, ພ້ອມກັນນັ້ນ ກະຊວງສາທາລະນະສຸກ ຍັງສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມມື ເພື່ອສາມາດຮັບເອົາວັກຊິນກັນໂຄວິດ-19 ມາໃຫ້ ຫວຽດນາມ ຕື່ມອີກ. ຄາດວ່າ ໃນໄຕມາດ 1 , ປະຊາຊົນ ຫວຽດນາມ ຈະໄດ້ສັກວັກຊິນຂອງ Astra Zeneca.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top