• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ສືບຕໍ່ມານະພະຍາຍາມໃນການຊຸກຍູ້ ແລະ ປົກປ້ອງສິດພົນລະເຮືອນ ແລະ ການເມືອງ

ເລື່ອງເຂົ້າຮ່ວມ ແລະ ສົນທະນາຢູ່ວາລະປະຊຸມ ໄດ້ສະແດງໃຫ້ເຫັນຄວາມເຂັ້ມງວດຂອງ ຫວຽດນາມ ໃນການປະຕິບັດພັນທະໃນການລາຍງານກ່ຽວກັບສະພາບການປະຕິບັດບັນດາຄໍາໝັ້ນສັນຍາສາກົນ. 
  ໃນວັນທີ 11 ແລະ 12 ມີນາ, ຢູ່ ເຊີແນວ ປະເທດ ສະວິດ, ຄະນະກໍາມະການສິດທິມະນຸດ ສປຊ ໄດ້ຈັດຕັ້ງວາລະປະຊຸມພິຈາລະນາ ບົດລາຍງານແຫ່ງຊາດຄັ້ງທີ 3 ຂອງຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາສາກົນ ວ່າດ້ວຍສິດພົນລະເຮືອນ ແລະການເມືອງ (ສົນທິສັນຍາ ICCPR). ເຂົ້າຮ່ວມວາລະປະຊຸມດັ່ງກ່າວ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນງອັກແຄ໊ງ ຮອງລັດຖະມົນຕີກະຊວງຍຸຕິທໍາ ເປັນຫົວໜ້າຄະນະ.

ທ່ານ ຫງວຽນງອັກແຄ໊ງ ຮອງລັດຖະມົນຕີກະຊວງຍຸຕິທໍາ ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ (ພາບ:TTXVN

ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນງອກແຄ໊ງ ໃຫ້ຮູ້ວ່າ ນັບແຕ່ເມື່ອຫວຽດນາມ ສົ່ງບົດລາຍງານແຫ່ງຊາດຄັ້ງທີີ 2 ກ່ຽວກັບການປະຕິບັດສົນທິສັນຍາ ICCPR ແຕ່ ປີ 2002 ມາຮອດປັດຈຸບັນ, ຫວຽດນາມ ໄດ້ບັນລຸບັນດາບາດກ້າວໃໝ່ ແລະ ຜົນງານຫຼາຍຢ່າງທີ່ເປັນໜ້າຊື່ນຊົມ ໃນການປົກປ້ອງ ແລະ ເສີມຂະຫຍາຍສິດທິມະນຸດ, ສິດພົນລະເມືອງ, ໃນນັ້ນມີບັນດາສິດພົນລະເຮືອນ ແລະ ການເມືອງ.

        ທີ່ວາລະປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ແບ່ງປັນບັນດາຜົນງານທີ່ເປັນໜ້າຊື່ນຊົມໃນການປົກປ້ອງ ແລະ ເສີມຂະຫຍາຍສິດພົນລະເຮືອນ, ການເມືອງ ຢູ່ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງ ສະໜອງບັນດາຂໍ້ມູນລະອຽດຕື່ມອີກ ເພື່ອໃຫ້ບັນດາສະມາຊິກຄະນະກໍາມະການສິດທິມະນຸດມີຄວາມເຂົ້າໃຈແຈ້ງ ແລະ ຊັດເຈນກວ່າ ກ່ຽວກັບສະພາບການປະຕິບັດສົນທິສັນຍາ ICCPR ຢູ່ຫວຽດນາມ. 

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top