• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ໄທ ເຫັນດີຍູ້ແຮງການຮ່ວມມື 2 ຝ່າຍ

ລັດຖະມົນຕີ 2 ທ່ານໄດ້້ເຫັນດີຍູ້ແຮງການຮ່ວມມືດ້ານເສດຖະກິດ, ມຸ່ງໄປເຖິງເລື່ອງບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 25 ຕື້ USD.
ທີ່ການໂອ້ລົມທາງໂທລະສັບກັບທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີກະຊວງການຕ່າງປະເທດ ໄທ (ພາບ: mofa.gov.vn)

ຕອນບ່າຍວັນທີ 03 ຕຸລາ, ໃນການໂອ້ລົມທາງໂທລະສັບກັບທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີກະຊວງການຕ່າງປະເທດ ໄທ, ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ສະໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາໝາກຜົນລະອຽດ, ສຳຄັນຂອງກອງປະຊຸມຄະນະລັດຖະບານຮ່ວມ ຫວຽດນາມ - ໄທ ຄັ້ງທີ 4, ໃນນັ້ນ ສຸມໃສ່ສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ໄລຍະ 2026 - 2030 ໂດຍໄວ.

ສ່ວນທ່ານ ສີຫາສັກ ພວງເກດແກ້ວ, ລັດຖະມົນຕີການຕ່າງປະເທດ ໄທ ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງ ກະຊວງການຕ່າງປະເທດຂອງ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ.

ລັດຖະມົນຕີ 2 ທ່ານໄດ້້ເຫັນດີຍູ້ແຮງການຮ່ວມມືດ້ານເສດຖະກິດ, ມຸ່ງໄປເຖິງເລື່ອງບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 25 ຕື້ USD; 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ໃຫ້ບຸລິມະສິດການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ການຫັນເປັນດີຈີຕອນ, ລັດຖະບານເອເລັກໂຕນິກ, ສ້າງລະບົບຊີວະພາບນະວັດຕະກຳ… 2 ຝ່າຍໄດ້ເຫັນດີສົມທົບກັນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາບໍ່ອະນຸຍາດໃຫ້ບໍ່ວ່າສ່ວນບຸກຄົນ ຫຼື ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານຄືນປະເທດອື່ນ.

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ກອງ​ປ​ະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊຽນ​ໂດຍ​ນະ​ຄອນ​ຮ່າ​ໂນ້​ຍ​ຈັດ​​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ສີ​ຂຽວ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່.

Top