• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສິງກະໂປ ບັນລຸໄດ້ບາດກ້າວສຳຄັນໃນການດຳເນີນທຸລະກິດໄຟຟ້າສະອາດ

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ໄດ້ຕີລາຄາວ່າ ນີ້ແມ່ນຂີດໝາຍເປັນໜ້າສົນໃຈໃນການພົວພັນຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມແລະ ສິງກະໂປ.
ທ່ານ Tan See Leng, ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ທັງເປັນລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ກ່າວຄຳເຫັນທີ່ເຫດການ

ວັນທີ 27 ຕຸລາ, ໃນຂອບເຂດສັບປະດາພະລັງງານສາກົນ ສິງກະໂປ 2023 (SIEW 2023) ຢູ່ສິງກະໂປ, ອົງການຄຸ້ມຄອງຕະຫຼາດພະລັງງານ (EMA) ຂອງປະເທດ ສິງກະໂປ ໄດ້ມອບໃບຢັ້ງຢືນມີເງື່ອນໄຂເພື່ອນຳເຂົ້າໄຟຟ້າ ສະອາດຈາກ ຫວຽດນາມ ສຳລັບ Sembcorp Utilities Ltd (SCU).

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ໄດ້ຕີລາຄາວ່າ ນີ້ແມ່ນຂີດໝາຍເປັນໜ້າສົນໃຈໃນການພົວພັນຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມແລະ ສິງກະໂປ. ໂຄງການນີ້ຈະຫັນການເຊື່ອມຕໍ່ພະລັງງານລະຫວ່າງສອງປະເທດໃຫ້ປະກົດຜົນເປັນຈິງຢ່າງແຮງ. ໃນຂະນະນັ້ນ, ທ່ານ Tan See Leng, ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ທັງເປັນລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ເນັ້ນໜັກວ່າ: ສິງກະໂປ ແລະ ຫວຽດນາມ ມີ ການພົວພັນທີ່ແໜ້ນແຟ້ນ ແລະ ໄດ້ພ້ອມກັນແບ່ງປັນເປົ້າໝາຍລວມແມ່ນບັນລຸລະດັບປ່ອຍອາຍພິດລົງເປັນລະດັບ 0 ໃນປີ 2050. ໂຄງການນີ້ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງສອງປະເທດໃນການໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຄວາມມານະພະຍາຍາມຫັນເປັນພະລັງງານສະອາດ ແລະ ກຳຈັດ ກາກບອນໃນພາກພື້ນ, ລວມທັງການດຳເນີນທຸລະກິດໄຟຟ້າຂ້າມຊາດ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top