• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສະຫະປະຊາຊາດຮຽງບ່າຮຽງໄຫລ່ເພື່ອເປົ້າໝາຍການພັດທະນາແບບຍືນຍົງ

ຫວຽດນາມ ໄດ້ເຂົ້າຮ່ວມສະຫະປະຊາຊາດໃນວັນທີ 24 ກັນຍາ ປີ 1977 ຢ່າງເປັນທາງການ. ນັບແຕ່ນັ້ນເປັນຕົ້ນມາ, ການພົວພັນລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດນັບມື້ນັບພັດທະນາ.
ກ່ວາ 30 ປີຜ່ານມາ, ການຊ່ວຍເຫຼືອຂອງສະຫະປະຊາຊາດທີ່ສະຫງວນໃຫ້ ຫວຽດນາມ ມີຄວາມໝາຍຍິ່ງໃຫຍ່ທີ່ສຸດ, ສຸມໃສ່ໜູນຊ່ວຍໃນຫລາຍຂົງເຂດທີ່ຈຳເປັນ ກ່ຽວກັບການພັດທະນາເສດຖະກິດ, ສ້າງລະບອບລະບຽບການ, ກົດໝາຍ, ແກ້ໄຂບັນດາບັນຫາຮ້ອນເຮັ່ງໃນສັງຄົມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈູງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າຂອງບັນດາອົງການຈັດຕັ້ງພັດທະນາສະຫະປະຊາຊາດນັບແຕ່ຊຸມປີທີ່ປະສົບກັບຄວາມຫຍຸ້ງຍາກໃນການກໍ່ສ້າງປະເທດຄືນໃໝ່ພາຍຫລັງສົງຄາມ, ຖືກປິດລ້ອມ, ຂວ້ຳບາດ, ກໍ່ຄືໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນໃນວັນນີ້.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີງ ຕ້ອນຮັບທ່ານ   Kamal Malhotra ຜູ້ປະສານງານຂອງສະຫະປະຊາຊາດປະຈຳ ຫວຽດນາມ (ພາບ: VGP)


  ໄປຄຽງຄູ່ກັນນັ້ນ, ສະຫະປະຊາຊາດໄດ້ກາຍເປັນເວທີປາໄສເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍບັນດາຄຳຮຽກຮ້ອງຂອງນະໂຍບາຍການພົວພັນຕ່າງປະເທດ. ຫວຽດນາມ ໄດ້ຍາດແຍ່ງເອົາເວທີປາໄສສະຫະປະຊາຊາດເປັນພື້ນຖານເພື່ອເພີ່ມທະວີການພົວພັນກັບບັນດາອົງການຈັດຕັ້ງໃນລະບົບຂອງສະຫະປະຊາຊາດ, ເປີດກ້ວາງການພົວພັນ 2 ຝ່າຍ ແລະ ຫລາຍຝ່າຍກັບບັນດາປະເທດ, ອົງການຈັດຕັ້ງສາກົນ.

        ທ່ານ Kamal Malhotra ຜູ້ປະສານງານຂອງສະຫະປະຊາຊາດປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ສະຫະປະຊາຊາດຈະສືບຕໍ່ໜູນຊ່ວຍຢ່າງແຮງ ແລະ ຮຽງບ່າຮຽງໄຫລ່ກັບ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ.

        ປັດຈຸບັນ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ເລື່ອງຊຸກຍູ້ການພົວພັນກັບສະຫະປະຊາຊາດ ແລະ ຍົກສູງການນຳໃຊ້ແຫຼ່ງກຳລັງໜູນຊ່ວຍຂອງສະຫະປະຊາຊາດຢ່າງມີປະສິດທິຜົນສູງກ່ວາອີກ ແນໃສ່ຮັບໃຊ້ໂດຍກົງໃຫ້ແກ່ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ແມ່ນຈຳເປັນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ປະ​ເທດ​

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ປະ​ເທດ​

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໃນບັນດາຜົນສຳເລັດດ້ານເສດຖະກິດຂອງປະເທດຊາດໃນປີຜ່ານມາໄດ້ມີການປະກອບສ່ວນຂອງປະຊາຄົມວິສາຫະກິດ.

Top