• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ບູຖານເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

      ທ່ານ ປະທານສະພາສູງບູຖານຢັ້ງຢືນວ່າ ຫຼັງຈາກກັບເມືອປະເທດ, ທ່ານຈະແລກປ່ຽນເພື່ອໃຫ້ລັດຖະບານ ບູຖານສະໜັບສະໜູນ ຫວຽດນາມ ໃນການສະໝັກເລື້ອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ທ່ານ Tashi Dorji, ປະທານສະພາສູງ ລາຊະອານາຈັກ ບູຖານ ແລະ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: chinhphu.vn)
      ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Tashi Dorji, ປະທານສະພາສູງແຫ່ງ ລາຊະອານາຈັກ ບູຖານເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຂ່ຳນັບຊົມເຊີຍ ທ່ານປະທານສະພາສູງບູຖານ ທີ່ໄດ້ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019. ທ່ານນາຍົກລັດຖະມົນຕີ ຫວຽດນາມໄດ້ສະແດງຄວາມຫວັງວ່າ ທ່ານປະທານສະພາສູງ ບູຖານຈະຊຸກຍູ້ບາງເງື່ອນໄຂຢ່າງລະອຽດລະຫວ່າງສອງປະເທດ, ເພີ່ມທະວີການພົບປະຂັ້ນສູງ ແລະ ໃນທຸກຂັ້ນ, ໃນບັນດາຊ່ອງທາງລັດ, ສະພາແຫ່ງຊາດ, ພັກການເມືອງ, ທ້ອງຖິ່ນ ແລະ ການພົວພັນແລກປ່ຽນປະຊາຊົນ ເພື່ອເພີ່ມທະວີຄວາມຮັບຮູ້ ແລະ ຄວາມໄວເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມຫວັງຢາກຊຸກຍູ້ການຮ່ວມມືດ້ານກະສິກຳ, ວັດທະນະທຳ, ການທ່ອງທ່ຽວລະຫວ່າງສອງປະເທດ.
        ສ່ວນທ່ານ Tashi Dorji ປະເທດສະພາສູງບູຖານໄດ້ຕີລາຄາສູງວຽກງານຈັດຕັ້ງວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019 ຂອງ ຫວຽດນາມ.  ທ່ານ Tashi Dorji ເຫັນວ່າສອງຝ່າຍມີຫຼາຍຈຸດຄ້າຍຄືກັນກ່ຽວກັບ ທິວທັດທຳມະຊາດ, ສາສະໜາ, ມະນຸດ , ແມ່ນເງື່ອນໄຂສະດວກເພື່ອພັດທະນາການຮ່ວມມືລະຫວ່າງສອງປະເທດ. ທ່ານ ປະທານສະພາສູງ ບູຖານໃຫ້ຮູ້ວ່າ ບູຖານ ພວມຍູ້ແຮງການປະຕິຮູບ, ນຳໃຊ້ເຄື່ອງຈັກເຂົ້າການຜະລິດກະສິກຳ, ດັ່ງນັ້ນມີຄວາມຫວັງຈະຮ່ວມມືກັບ ຫວຽດນາມ ກ່ຽວກັບດ້ານກະສິກຳ. ທ່ານ ປະທານສະພາສູງບູຖານຢັ້ງຢືນວ່າ ຫຼັງຈາກກັບເມືອປະເທດ, ທ່ານຈະແລກປ່ຽນເພື່ອໃຫ້ລັດຖະບານ ບູຖານສະໜັບສະໜູນ ຫວຽດນາມ ໃນການສະໝັກເລື້ອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ແລະ ກໍໃນຕອນບ່າຍຂອງວັນດໜວກັນ, ໍທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ແລະເຈລະຈາກັບທ່ານ Tashi Dorji ປະເທດສະພາສູງບູຖານ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ສະເໜີບູຖານ ຈົ່ງມີນະໂຍບາຍນູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຊອກຫາໂອກາດດຳເນີນທຸລະກິດ ແລະ ລົງທຶນຢູ່ບູຖານ, ທ່ານນາງ ຫວັງວ່າ 2 ປະເທດຈະຮ່ວມມືທາງດ້ານການບິນ, ສ້າງນະຄອນແຮກສ່ຽວ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ 2 ຝ່າຍລົງນາມໃນຂໍ້ຕົກລົງຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທາງການທູດ ແລະ ທາງລັດຖະການໂດຍໄວ, ສະໜັບສະໜູນກັນບົນເວທີສາກົນ ແລະ ພາກພື້ນ....
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top