• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ນູແວນເຊລັງ ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 3 ຕື້ USD

ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸເປົ້າໝາຍ 3 ຕື້ USD
  (ທີ່ການໂອ້ລົມທາງໂທລະສັບ)  

ຕອນ​ບ່າ​ຍ​ວັນ​ທີ 20 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ທ່ານ ເລ​ມິນ​ຮຶງ, ນ​າ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Christopher Luxon, ນາ​ຍົກ​ລັດ​ຖະ​ມົນ​ຕີ ນູແວນເຊລັງ. ທີ່​ການ​ໂອ້​ລົມ​, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີເປັນເອກະພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ກາ​ນ​ລົງ​ທຶນ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ 3 ຕື້ USD; ສ້າງ​ຄວາມສະ​ດວກ​ໃຫ​້​ແກ່​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່​ມີ​ທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດ​ໄດ້ເຂົ້າ​ເຖິງ​ຕະ​ຫຼາດ​ຂອງ​ກັນ​ໃຫ້​ຫຼາຍກວ່າ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ເປັນເອກະພາບເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ການ​ຫັນ​ປ່ຽນ​ພະ​ລັງ​ງານ, ຊຸກ​ຍູ້​ຮູບ​ແບບ​ກະ​ສິ​ກຳ​ປ່ອຍ​ອາຍ​ພິດ​ຕ່ຳ ແລະ ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ພະ​ລັງ​ງານ​ແຮງ​ລົມ ແລະ ໄຟ​ຟ້າ​ແສງ​ຕາ​ເວັນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ໄດ້​ແບ່ງ​ປັນ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ໂອ້​ລົມ​ສົນ​ທະ​ນາ, ການ​ຮ່ວມ​ມື​ສາກ​ົນ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ, ຍືນຍົງ, ເປັນເຈົ້າຕົນເອງ

ພັດທະນາອຸດສາຫະກຳວັດສະດຸຕາມທິດສີຂຽວ, ຍືນຍົງ, ເປັນເຈົ້າຕົນເອງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມອບໃຫ້ຄະນະພັກລັດຖະບານ ຊີ້ນຳ, ນຳພາການຄົ້ນຄວ້າຍຸດທະສາດພັດທະນາອຸດສາຫະກຳວັດສະດຸ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045, ປະກາດໃຊ້ໃນເວລາໄວທີ່ສຸດ.

Top