• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ນອກແວ ຊຸກຍູ້ການຮ່ວມມືຍຸດທະສາດໃນຂົງເຂດຫັນພະລັງງານເປັນສີຂຽວ ແລະ ເສດຖະກິດທະເລແບບຍືນຍົງ

2 ຝ່າຍໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຂຶ້ນຕື່ມ ຜ່ານບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ.
ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ແລະ ທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre (ພາບ: dangcongsan.vn)

ໃນຂອບເຂດການຢ້ຽມຢາມ ນອກແວ, ວັນທີ 24 ພະຈິກ, ຢູ່ນະຄອນ Oslo, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ນອກແວ Jonas Gahr Støre. ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ອອກແຈ້ງການສື່ມວນຊົນຮ່ວມ.

ແຈ້ງການໄດ້ເນັ້ນໜັກວ່າ, ການເດີນທາງໄປຢ້ຽມຢາມ ນອກແວ ຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາຂອງ 2 ຝ່າຍ ເພື່ອຊຸກຍູ້ການພົວພັນມິດຕະພາບອັນຍາວນານ ແລະ ຮ່ວມມືຫຼາຍດ້ານ. 2 ຝ່າຍໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຂຶ້ນຕື່ມ ຜ່ານບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ. 2 ຝ່າຍໄດ້ປຶກສາຫາລືຄວາມອາດສາມາດສ້າງການຮ່ວມມືຍຸດທະສາດໃນຂົງເຂດຫັນປ່ຽນພະລັງງານສີຂຽວ ແລະ ເສດຖະກິດທະເລແບບຍືນຍົງ.

ແຈ້ງການກໍ່ໃຫ້ຮູ້ວ່າ, ຫວຽດນາມ ແລະ ນອກແວ ປາດຖະໜາຢາກຍູ້ໄວວິວັດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA), ຜ່ານນັ້ນ, ກໍ່ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

​ຣານ ຢັ້ງ​ຢືນ ຄຳ​ຮຽກ​ຮ້ອງ​ໃໝ່​ຂອງ ອາ​ເມ​ລິ​ກາ ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້, ພິ​ເສດ​ແມ່ນ​ໃນ​ນັ້ນ ບໍ່​ມີເງື່ອນ​ໄຂ ​ຮັບ​ປະ​ກັນ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ຕ້ານ ອີ​ຣານ.

Top