• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຸບາ ສືບຕໍ່ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ

2 ຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເປີດກວ້າງ ແລະ ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກຸຍບາ ເພື່ອຜົນປະໂຫຍດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ.
ທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດ ແລະ ທ່ານພົນຕີ Lázaro Alberto Álvarez Casas, ລັດຖະມົນຕີກະຊວງພາຍໃນ ກຸບາ (ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມມິດຕະພາບ ກຸບາ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ (ແຕ່ວັນທີ 14 – 19 ເມສາ), ຄະນະປະຕິບັດງານຂອງກະຊວງຕຳຫຼວດໂດຍທ່ານພົນຕີ ເລວັນຕວຽນ, ຮອງລັດຖະມົນຕີກະຊວງຕຳຫຼວດເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບທ່ານພົນຕີ Lázaro Alberto Álvarez Casas, ລັດຖະມົນຕີກະຊວງພາຍໃນ ກຸບາ, ຢູ່ນະຄອນຫຼວງ La Habana.

ທີ່ການເຮັດວຽກ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເປີດກວ້າງ ແລະ ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກຸຍບາ ເພື່ອຜົນປະໂຫຍດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງແຕ່ລະປະເທດ. ບົນພື້ນຖານນັ້ນ, 2 ຝ່າຍເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດຄວາມໝັ້ນຄົງ, ຕຳຫຼວດ; ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ…

2 ຝ່າຍກໍ່ເຫັນດີສົມທົບກັນຄົ້ນຄວ້າ, ຜັນຂະຫຍາຍການປະຕິບັດບັນດາໂຄງການ, ກິດຈະກຳຄົ້ນຄວ້າວິທະຍາສາດ, ນຳໃຊ້ເຕັກໂນໂລຊີໃໝ່ ແລະ ຜະລິດບັນດາເຄື່ອງອຸປະກອນໃຊ້ສະເພາະ; ບຳລຸງສ້າງຍົກສູງກຳລັງຄວາມສາມາດໃຫ້ພະນັກງານ, ນັກຮົບ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top