• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນ 1 ໃນຈຳນວນ 4 ປະເທດມີຄຸນນະພາບປິ່ນປົວພະຍາດ HIV/AIDS ດີທີ່ສຸດໃນໂລກ

ນັບແຕ່ເມື່ອກວດພົບຜູ້ຕິດເຊື້ອ HIV ກໍລະນີທຳອິດໃນປີ 1990, ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບມືກັບໂລກລະບາດ HIV / AIDS ມາເປັນເວລາ 30 ປີ. ໄລຍະປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ HIV / AIDS ປະມານ 230.000 ຄົນ, ໃນນັ້ນ ມີກ່ວາ 150.000 ຄົນໄດ້ຮັບການປິ່ນປົວດ້ວຍຢາ ARV. 

ພ້ອມກັບ ອັງກິດ, ເຢຍລະມັນ, ສະວິດ ນັ້ນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນສີ່ປະເທດທີ່ມີຄຸນນະພາບປິ່ນປົວພະຍາດ HIV / AIDS ດີທີ່ສຸດໂລກໃນປະຈຸບັນ. ນັ້ນແມ່ນຂໍ້ມູນຂ່າວສານໂດຍກະຊວງສາທາລະນະສຸກ ຫວຽດນາມ ຢັ້ງຢືນຢູ່ພິທີຊຸມນຸມມິດ-ຕິງ ຕອບສະໜອງວັນໂລກປ້ອງກັນ, ຕ້ານ AIDS ດ້ວຍຫົວຂໍ້ວ່າ: “ 30 ປີແຫ່ງວັນຮັບມື ແລະ ໂອກາດຢຸດຕິໂລກລະບາດ AIDS ຢູ່ ຫວຽດນາມ” ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 1 ທັນວາ ຢູ່ ຮ່າໂນ້ຍ.


ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ  (ພາບ: VGP)

ນັບແຕ່ເມື່ອກວດພົບຜູ້ຕິດເຊື້ອ HIV ກໍລະນີທຳອິດໃນປີ 1990, ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບມືກັບໂລກລະບາດ HIV / AIDS ມາເປັນເວລາ 30 ປີ. ໄລຍະປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ HIV / AIDS ປະມານ 230.000 ຄົນ, ໃນນັ້ນ ມີກ່ວາ 150.000 ຄົນໄດ້ຮັບການປິ່ນປົວດ້ວຍຢາ ARV. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ຢັ້ງຢືນວ່າ: ຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານ HIV / AIDS ໃນ 30 ປີຜ່ານມາຢ່າງຮອບດ້ານ ແລະ ມີປະສິດທິຜົນ. ທ່ານ ຫງວຽນແທງລອງ ກ່າວວ່າ:

        “ໂລກລະບາດ HIV / AIDS ຢູ່ ຫວຽດນາມ ໄດ້ ແລະ ພວມຮັບການຄວບຄຸມເທື່ອລະກ້າວ, ອັດຕາຜູ້ຕິດເຊື້ອໃນເຂດຊຸມຊົນຕ່ຳກ່ວາ 0,26%. ຕາມການຄາດຄະເນຂອງບັນດານັກຊ່ຽວຊານແລ້ວ, ໃນ 15 ປີຜ່ານມາ, ໂຄງການປ້ອງກັນ, ຕ້ານ HIV / AIDS ຂອງ ຫວຽດນາມ ສະກັດນັ້ນການຕິດເຊື້ອ HIV ໄດ້ປະມານ 500.000 ຄົນ ແລະ 200.000 ຄົນບໍ່ເສຍຊີວິດຍ້ອນ HIV / AIDS. ຫວຽດນາມ ແມ່ນໜຶ່ງໃນສີ່ປະເທດທີ່ມີຄຸນນະພາບການປິ່ນປົວ HIV / AIDS ຢືນແຖວໜ້າໂລກ ພ້ອມກັບ ອັງກິດ, ເຢຍລະມັນ ແລະ ສະວິດ.

        ແລະກໍ່ໃນພິທີຊຸມນຸມມິດ-ຕິງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ຂອງປະທານປະເທດໃຫ້ແກ່ກົມປ້ອງກັນ HIV / AIDS (ກະຊວງສາທາລະນະສຸກ).

(ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top