• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນແບບຢ່າງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ພັດທະນາເສດຖະກິດສັງຄົມ

      ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ຢ່າງສຳເລັດຜົນ ກໍຄືປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນຖານະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ໃນນັ້ນ ລວມມີບັນດາຂໍ້ລິເລີ່ມທີ່ແທດຈິງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ ອາຟະລິກາ.
 
      ທ່ານ ເລຮຸຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ແນະນຳສິນຄ້າຫວຽດ
ທີ່ງານວາງສະແດງສິນຄ້າ (ພາບປະກອບ:
TTXVN) 
      ກ່າວຄຳເຫັນໃນການເຮັດວຽກກັບທ່ານ ເລຮຸຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ໃນວັນທີ 23 ພະຈິກ ຢູ່ນະຄອນຫຼວງ Maputo, ທ່ານນາງ Veronica Nataniel ລັດຖະມົນຕີການຕ່າງປະເທດ ໂມຊຳບິກ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນຄວາມສຳເລັດ ເພື່ອຊ່ວຍ ໂມຊຳບິກ ກ້າວໄປເຖິງວິວັດການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນໄວກວ່າອີກ. ທ່ານນາງລັດຖະມົນຕີ Nataniel ກໍຕີລາຄາສູງຕໍ່ບັນດາຜົນງານທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນໄລຍະຜ່ານມາ, ຖື ຫວຽດນາມ ແມ່ນແບບຢ່າງທີ່ຄວນຮ່ຳຮຽນເອົາໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ພັດທະນາເສດຖະກິດສັງຄົມ. ຢັ້ງຢືນວ່າ ໂມຊຳບິກ ຍາມໃດກໍຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ທ່ານນາງ Nataniel ປາດຖະໜາວ່າ ໃນໄລຍະຈະມາເຖິງ  ສອງປະເທດຈະສືບຕໍ່ຮັດແໜ້ນການພົວພັນມິດຕະພາບ, ການຮ່ວມມືສະໜິດຕິດພັນໃນຫຼາຍດ້ານ, ພິເສດໃນວຽກງານແລກປ່ຽນນັກຊ່ຽວຊານກ່ຽວກັບດ້ານກະສິກຳ, ການສຶກສາ ແລະ ສາທາລະນະສຸກ ພ້ອມທັງປາດຖະໜາວ່າ ຫວຽດນາມຈະສືບຕໍ່ສົ່ງເສີມບັນດາວິສາຫະກິດໄປລົງທຶນຢູ່ ໂມຊຳບິກ. 
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top