• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນແບບຢ່າງທີ່ດີໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19 ຢູ່ ຊີກໂລກໃຕ້

      ຕາມບົດລາຍງານຂອງກອງທຶນເງິນຕາສາກົນ (IMF) ແລ້ວ, ພື້ນຖານເສດຖະກິດຂອງຫວຽດນາມ ຄາດວ່າຈະບັນລຸການເຕີບໂຕຢູ່ໃນລະດັບ 2,7% ໃນປີ 2020, ແຕ່ອາດຈະມີສັນຍານຟື້ນຟູດີກວ່າໃນໄລຍະພາຍຫຼັງໂລກລະບາດໂຄວິດ - 19. 

(ພາບປະກອບ: TTXVN)
      ສິ່ງດັ່ງກ່າວກໍໝາຍຄວາມວ່າ ລະດັບການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ ພວມໄວກວ່າ ເມື່ອທຽບໃສ່ຫຼາຍພື້ນຖານເສດຖະກິດໃນພາກພື້ນ ພາຍຫຼັງຄວບຄຸມໂລກລະບາດໄດ້ຢ່າງສໍາເລັດຜົນ. ໃນບົດຂຽນທີ່ໄດ້ລົງໃນເວັບໄຊ moderndiplomacy.eu ຫວ່າງມໍ່ໆມານີ້, ທ່ານສາດສະດາຈານ Pankaj Jha, ຄູສອນ ມະຫາວິທະຍາໄລສາກົນ Jindal, Sonepat ຂອງ ອິນເດຍ ຖືວ່າ: ໃນໄຕມາດ 2/2020, ບັນດາດັດຊະນີພັດທະນາເສດຖະກິດຂອງຫວຽດນາມແມ່ນມີແງ່ຫວັງຫຼາຍຢ່າງ. ຕະຫຼາດ ອາເມລິກາ ກໍພວມມີສັນຍານຟື້ນຟູ ແລະ ຄາດວ່າ ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ຈະບັນລຸລະດັບ 80 ຕື້ USD ໃນຊຸມປີຈະມາເຖິງ. ຍິ່ງໄປກວ່ານັ້ນ, ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ໄດ້ ແລະ ກໍາລັງສ້າງເງື່ອນໄຂດີກວ່າ ແກ່ການເຕີບໂຕເສດຖະກິດຂອງຫວຽດນາມ.
        ຕາມທ່ານສາດສະດາຈານ Pankaj Jha ແລ້ວ, ຫວຽດນາມ ອາດຈະບັນລຸໄດ້ລະດັບການເຕີບໂຕເສດຖະກິດສູງ ພາຍຫຼັງໂລກລະບາດໂຄວິດ - 19 ຍ້ອນການປັບປຸງດ້ານນິຕິກໍາ ແລະ ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ສະດວກກວ່າ, ການປະຕິຮູບໂຄງປະກອບ ແລະ ບັນດາມາດຕະການຊຸກຍູ້ການຄ້າ,  ຄ່າແຮງງານຕໍ່າຢູ່ຂອງຫວຽດນາມ ພ້ອມກັບການພັດທະນາຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະສາມາດດຶງດູດບັນດານັກລົງທຶນຕ່າງປະເທດໄດ້. ດັ່ງນັ້ນ, ຫວຽດນາມ ອາດຈະກາຍເປັນແບບຢ່າງທີ່ດີຂອງຊີກໂລກໃຕ້. 
 (ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top