• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນສະຖານທີ່ປອດໄພ, ດຶງດູດໃຈທີ່ສຸດຢູ່ ອາຊີ

ຫວຽດນາມ ໄດ້ຈັດອັນດັບສູງສຸດຢູ່ພາກພື້ນ ອາຊີ ໃນຕາຕະລາງຈັດອັນດັບຂອງ Gallup, ດ້ວຍ 92/100 ຄະແນນ.
ຫວຽດນາມ ມີຄວາມປອດໄພ ແລະ ມີສະຖຽນລະພາບຫຼາຍກວ່າບັນດາປະເທດອື່ນໃນໂລກ (ພາບປະກອບ: TTXVN)

ຫວຽດນາມ ແມ່ນປະເທດປອດໄພທີ່ສຸດ, ພ້ອມທັງແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດຶງດູດທີ່ສຸດຢູ່ພາກພື້ນ ອາຊີ ໃນລະດູການທ່ອງທ່ຽວປີນີ້. ນີ້ແມ່ນການຕີລາຄາໃນເວັບໄຊ https://www.traveloffpath.com, ເຊິ່ງແມ່ນໜຶ່ງໃນບັນດາເວັບໄຊສະໜອງຂໍ້ມູນການທ່ອງທ່ຽວໃຫຍ່ທີ່ສຸດຢູ່ພາກພື້ນ ອາເມລິກາເໜືອ.

ບົດຂຽນທີ່ເອົາລົງໃນວັນທີ 02 ມັງກອນ, ໂດຍອີງຕາມຕາຕະລາງຈັດອັນດັບຂອງ Gallup, ບໍລິສັດໃຫ້ຄຳປຶກສາ ແລະ ໄຈ້ແຍກ ມີສຳນັກງານຕັ້ງຢູ່ ວໍຊິງຕັນ (ອາເມລິກາ), ປະກາດໃນທ້າຍປີ 2023, ຕາມນັ້ນແລ້ວ, ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດ ມີສັນຕິພາບທີ່ສຸດຢູ່ ອາຊີ ເທົ່ານັ້ນ, ຫາກຍັງແມ່ນປະເທດຢຶນອັນດັບທີ 7 ໃນໂລກຕາມການພິຈາລະນາກ່ຽວກັບສະພາບແວດລ້ອມສັນຕິພາບ. ກໍ່ຕາມບົດຂຽນນີ້ແລ້ວ, ປີ 2024 ຈະແມ່ນປີທ່ອງທ່ຽວຂອງ ອາຊີ, ໃນນັ້ນທຸກຄວາມສົນໃຈຂອງແຂກທ່ອງທ່ຽວໄດ້ຫັນມາ ຫວຽດນາມ. ຫວຽດນາມ ໄດ້ຈັດອັນດັບສູງສຸດຢູ່ພາກພື້ນ ອາຊີ ໃນຕາຕະລາງຈັດອັນດັບຂອງ Gallup, ດ້ວຍ 92/100 ຄະແນນ. ໃນບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ມີຄວາມປອດໄພ ແລະ ມີສະຖຽນລະພາບຫຼາຍກວ່າບັນດາປະເທດອື່ນໃນໂລກ. ເມື່ອພິຈາລະນາກ່ຽວກັບມູນຄ່າການທ່ອງທ່ຽວ, ບົດຂຽນໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top