• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຮຸງກາຣີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງສະເໜີໃຫ້ ຮຸງກາຣີ ໃນອາຍຸການເປັນປະທານ ອີຢູ ສືບຕໍ່ໜູນຊ່ວຍຊຸກຍູ້ບັນດາປະເທດທີ່ຍັງເຫຼືອຂອງ ອີຢູ ໃຫ້ສັດຕະຍາບັນສັນຍາ EVIPA
(ທີ່ການເຮັດວຽກ)

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຢູ່ ຮຸງກາຣີ, ວັນທີ 02 ເມສາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ໄດ້ເຂົ້າຢ້ຽມຄຳນັບທ່ານປະທານສະພາແຫ່ງຊາດ ຮຸງກາຣີ László Kövér.  

ຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ, 2 ຝ່າຍສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ໃນທຸກຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົວພັນແລກປ່ຽນປະຊາຊົນ. ທ່ານກໍ່ພວຍພອນໃຫ້ ຮຸງກາຣີ ໃນໄລຍະຈະມາເຖິງນີ້ຈະຮັບດຳລົງຕຳແໜ່ງປະທານໝູນວຽນຂອງສະຫະພາບເອີລົບ (ອີຢູ); ທ່ານໄດ້ຂອບໃຈ ຮຸງກາຣີ ໄດ້ຕັ້ງໜ້າໜູນຊ່ວຍ, ຊຸກຍູ້ການລົງນາມສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ແມ່ນໜຶ່ງໃນບັນດາສະມາຊິກ ອີຢູ ທຳອິດໃຫ້ສັດຕະຍາບັນສັນຍາ EVIPA; ທ່ານສະເໜີໃຫ້ ຮຸງກາຣີ ໃນອາຍຸການເປັນປະທານ ອີຢູ ສືບຕໍ່ໜູນຊ່ວຍຊຸກຍູ້ບັນດາປະເທດທີ່ຍັງເຫຼືອຂອງ ອີຢູ ໃຫ້ສັດຕະຍາບັນສັນຍາ EVIPA, ສະໜັບສະໜູນຄະນະກຳມະການເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” (IUU) ສຳລັບຜະລິດຕະພັນສິນໃນນ້ຳຂອງ ຫວຽດນາມ.

ສ່ວນທ່ານປະທານສະພາແຫ່ງຊາດ László Kövér ຢືນຢັນວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຮຸງກາຣີ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານເນັ້ນໜັກວ່າ, ສະພາແຫ່ງຊາດ ຮຸງກາຣີ ຍາມໃດກໍ່ພະຍາຍາມເພື່ອກາຍເປັນເສົາຄ້ຳສຳຄັນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ຕອນເຊົ້າວັນທີ 5 ຕຸລາ2026, ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV ໄດ້ ໄຂຂຶ້ນຢ່າງສົມກຽດ ຢູ່ ນະຄອນຫຼວງ ຮ່າໂນ້ຍ.

Top