• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ ແລະ ພົນລະເມືອງເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ

ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຢຸຍດົງ ໄດ້ແບ່ງປັນຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນການພັດທະນາເສດຖະກິດ ແລະ ພັດທະນາພົນລະເມືອງ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ.
(ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ)

ແຕ່ວັນທີ 29 – 30 ເມສາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດກອງປະຊຸມຄັ້ງທີ 57 ຄະນະກຳມະການພົນລະເມືອງ ແລະ ການພັດທະນາ (CPD) ຂອງສະພາເສດຖະກິດ - ສັງຄົມ ສະຫະປະຊາຊາດ (ECOSOC). ມີລັດຖະມົນຕີ, ຮອງລັດຖະມົນຕີສະເພາະກິດ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດກວ່າ 30 ທ່ານເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ບັນດາປະເທດໄດ້ສຸມໃສ່ຕີລາຄາກ່ຽວກັບໝາກຜົນທີ່ບັນລຸໄດ້ ພາຍຫຼັງກວ່າ 30 ປີແຫ່ງການປະຕິບັດ “ໂຄງການກະທຳກອງປະຊຸມສາກົນກ່ຽວກັບພົນລະເມືອງ ແລະ ການພັດທະນາ” (ICPD) ແລະ ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ພ້ອມທັງສະເໜີບັນດາມາດຕະການແກ້ໄຂໃຫ້ແກ່ບັນດາສິ່ງທ້າທາຍໃນປະຈຸບັນໃນຂົງເຂດນີ້.

ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນຢຸຍດົງ ໄດ້ແບ່ງປັນຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນການພັດທະນາເສດຖະກິດ ແລະ ພັດທະນາພົນລະເມືອງ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ. ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມໄດ້ຮັບຮູ້ ແລະ ຕີລາຄາສູງບົດກ່າວປາໄສຂອງທ່ານຮອງລັດຖະມົນຕີ ເຈິ່ນຢຸຍດົງ, ກໍຄືບັນດາບົດຮຽນ ແລະ ໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້.

ຢູ່ນອກກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ເປັນປະທານຮ່ວມຈັດເຫດການ “ນຳໃຊ້ໝາກຜົນກອງປະຊຸມສາກົນກ່ຽວກັບພົນລະເມືອງ ແລະ ການພັດທະນາເພື່ອລົງທຶນໃຫ້ແກ່ການພັດທະນາ ແລະ ການເຕີບໂຕແບບຍືນຍົງ” ພ້ອມກັບ ອົດສະຕາລີ, ລາວ ແລະ ກຳປູເຈຍ, ຜ່ານນັ້ນ ກໍ່ສະເໜີບົດຮຽນຂອງ ຫວຽດນາມ ໃນການເພີ່ມທະວີການໜູນຊ່ວຍພັດທະນາເສດຖະກິດ, ສັງຄົມ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top