• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນນະໂຍບາຍສົ່ງເສີມການພັດທະນາການແພດພື້ນເມືອງ

ບັນດານັກຊ່ຽວຊານດ້ານການແພດພື້ມເມືອງໃນທົ່ວໂລກໄດ້ໃຫ້ຄຳປຶກສາ, ປຶກສາຫາລືພ້ອມກັບ WHO ສ້າງນະໂຍບາຍພັດທະນາຍຸດທະສາດການກະທຳໄລຍະ 2025 – 2034 ກ່ຽວກັບການແພດພື້ນເມືອງ.
  ຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: The Indian Express)  
ກອງປະຊຸມການແພດພື້ນເມືອງທົ່ວໂລກຄັ້ງທີ 1 ໂດຍອົງການອະນາໄມໂລກ (WHO) ແລະ ລັດຖະບານ ອິນເດຍ ໄດ້ຮ່ວມຈັດຂຶ້ນ, ເຊິ່ງດຳເນີນຢູ່ນອກກອງປະຊຸມລັດຖະມົນຕີສາທາລະນະສຸກ G20 ແຕ່ວັນທີ 17-18 ສິງຫາ ຢູ່ເມືອງເອກ Gandhinagar, ລັດ Gujarat, ທາງທິດຕາເວັນຕົກ ອິນເດຍ. ດ້ວຍຫົວຂໍ້ວ່າ “ໜ່ວຍໂລກໜຶ່ງ, ຄອບຄົວໜຶ່ງ, ອະນາຄົດໜຶ່ງ”, ບັນດານັກຊ່ຽວຊານດ້ານການແພດພື້ມເມືອງໃນທົ່ວໂລກໄດ້ໃຫ້ຄຳປຶກສາ, ປຶກສາຫາລືພ້ອມກັບ WHO ສ້າງນະໂຍບາຍພັດທະນາຍຸດທະສາດການກະທຳໄລຍະ 2025 – 2034 ກ່ຽວກັບການແພດພື້ນເມືອງ. ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເຮືອງລຽນ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຊາວທາຍເຢືອງ ຈຳກັດ, ແບ່ງປັນບາງຈຸດຕັ້ງໜ້າໃນນະໂຍບາຍສົ່ງເສີມການພັດທະນາການແພດພື້ນເມືອງຢູ່ ຫວຽດນາມ, ຢືນຢັນເຖິງບັນດາການປະກອບສ່ວນຂອງການແພດພື້ນເມືອງໃນການເບິ່ງແຍງດູແລ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ.

ປະຈຸບັນ, 170 ປະເທດສະມາຊິກໄດ້ລາຍງານກັບ WHO ກ່ຽວກັບການນຳໃຊ້ການແພດພື້ນເມືອງຂອງຕົນ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top