• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນທັດສະນະຢູ່ກອງປະຊຸມສໍາມະນາຂອງ WTO ກ່ຽວກັບເສດຖະກິດໝູນວຽນ ແລະ ໜູນຊ່ວຍການຄ້າ

      ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ ກໍ່ໄດ້ແບ່ງປັນ ກ່ຽວກັບບັນດາສິ່ງທ້າທາຍໃຫຍ່ທີ່ໄດ້ວາງອອກໃນການປ່ຽນແປງຈາກຮູບແບບເສດຖະກິດແບບດັ່ງເດີມມາເປັນການສ້າງຮູບແບບເສດຖະກິດໝູນວຽນ ຢູ່ ຫວຽດນາມ
ທ່ານນາງ ປ.ອ ເລທິຕວຽດມາຍ, ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)
      ກອງປະຊຸມສຳມະນາທີ່ໄດ້ຈັດຂຶ້ນໃນວັນທີ 13 ມິຖຸນາຂອງ ອົງການການຄ້າໂລກ (WTO) ດ້ວຍຫົວຂຂໍ້ ພື້ນຖານເສດຖະກິດໝູນວຽນ, ຄວາມຫຼາຍຮູບແບບຂອງເສດຖະກິດ ແລະ ການໜູນຊ່ວຍທາງການຄ້າ ປຶກສາຫາລືກ່ຽວກັບວິທີສຳຜັດກັບພື້ນຖານເສດຖະກິດໝູນວຽນ ແລະ ການຄ້າແບບຍືນຍົງ,  ການກະທົບຊຶ່ງກັນແລະກັນຂອງວິທີການສຳຜັດນີ້ ສຳລັບບັນດາເປົ້າໝາຍຫັນເສດຖະກິດ, ການຄ້າຂອງບັນດາປະເທດທີ່ ພວມພັດທະນາ ແລະ ພິເສດແມ່ນ ບັນດາປະເທດດ້ອຍພັດທະນາ (LSCs) ເປັນຫຼາຍຮູບແບບ. ກອງປະຊຸມສຳມະນາ ໄດ້ຈັດຜ່ານທາງອອນລາຍໃນຂອບເຂດໂຄງການໜູນຊ່ວຍການຄ້າໄລຍະ 2020 – 2022 ຂຶ້ນກັບຄະນະກຳມະການການຄ້າ ແລະ ການພັດທະນາຂອງ WTO
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ປ.ອ ເລທິຕວຽດມາຍ, ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ເຊີແນວ (ປະເທດ ສະວິດ) ໄດ້ເນັ້ນໜັກວ່າ ໃນຍຸດທະສາດພັດທະນາ ເສດຖະກິດ ສັງຄົມ ໄລຍະ 2021 – 2030 ຂອງ ຫວຽດນາມ, ການສ້າງຮູບແບບເສດຖະກິດໝູນວຽນໄດ້ຖືກກຳນົດແມ່ນໜຶ່ງໃນບັນດາກຳນົດທິດ ແລະ ວິທີການແກ້ໄຂເພື່ອພັດທະນາປະເທດຊາດຢ່າງໄວວາ ແລະ ຍືນຍົງ, ພັດທະນາພືຶ້ນຖານເສດຖະກິດຂຽວ, ເປັນມິດກັບສິ່ງແວດລ້ອມ, ການປ່ອຍສິ່ງເສດເຫຼືອຢູ່ລະດັບຕ່ຳ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ຢູ່ ຫວຽດນາມ ມາຮອດປັດຈຸບັນ, ບາງນະໂຍບາຍ, ກົນໄກຊຸກຍູ້ບັນດາປັດໄຈຂອງ ພື້ນຖານເສດຖະກິດໝູນວຽນໄດ້ສະແດງໃຫ້ເຫັນໃນແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ການຜະລິດທີ່ສະອາດກ່ວາ, ປຸງແຕ່ງຜະລິດ, ນຳໃຊ້ສິ່ງເສດເຫຼືອຄືນໃໝ່,  ແຜນການກະທຳແຫ່ງຊາດ ກ່ຽວກັບການປະຕິບັດໂຄງການດຳເນີນງານປີ 2030 ຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ.
ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ ກໍ່ໄດ້ແບ່ງປັນ ກ່ຽວກັບບັນດາສິ່ງທ້າທາຍໃຫຍ່ທີ່ໄດ້ວາງອອກໃນການປ່ຽນແປງຈາກຮູບແບບເສດຖະກິດແບບດັ່ງເດີມມາເປັນການສ້າງຮູບແບບເສດຖະກິດໝູນວຽນ ຢູ່ ຫວຽດນາມ, ພ້ອມທັງສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມປາດຖະໜາຢາກຮ່ຳຮຽນເອົາປະສົບການຂອງບັນດາປະເທດພັດທະນາ ກ່ຽວກັບການເຄື່ອນໄຫວເສດຖະກິດໝູນວຽນ, ພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top