• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແຈ້ງເຕືອນພົນລະເມືອງກ່ຽວກັບສະພາບການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຕາເວັນອອກກາງ

ກະຊວງການຕ່າງປະເທດແຈ້ງເຕືອນວ່າ, ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງປະເທດດັ່ງກ່າວໃນຈຸດເວລານີ້.
ສະພາບຄວາມເຕັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ລີບັງ ພວມເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ (ພາບ: Reuters)

 

ວັນທີ 05 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ, ສະພາບຄວາມເຕັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ລີບັງ ພວມເພີ່ມຂຶ້ນ ແລະ ມີການຜັນແປຢ່າງສັບສົນ, ກໍ່ຄວາມອັນຕະລາຍເຖິງຊີວິດອິນຊີ ແລະ ຊັບສິນ ຂອງພົນລະເມືອງ. ກະຊວງການຕ່າງປະເທດແຈ້ງເຕືອນວ່າ, ພົນລະເມືອງ ຫວຽດນາມ ບໍ່ຄວນໄປຍັງປະເທດດັ່ງກ່າວໃນຈຸດເວລານີ້. ໃນກໍລະນີພົນລະເມືອງ ຫວຽດນາມ ພວມຢູ່ ລີບັງ, ຕ້ອງຍົກຍ້າຍທັງຄົນ ແລະ ຊັບສິນໄປຍັງປະເທດທີ 3 ຫຼື ກັບເມືອ ຫວຽດນາມ ໂດຍໄວ. ກະຊວງການຕ່າງປະເທດແຈ້ງເຕືອນວ່າ, ພົນລະເມືອງ ຫວຽດນາມ ຕ້ອງເຄົາລົບປະຕິບັດຕາມບັນດາຂໍ້ກຳນົດ ແລະ ການແນະນຳກ່ຽວກັບມາດຕະການປົກປ້ອງຄວາມໝັ້ນຄົງຂອງອຳນາດການປົກຄອງປະເທດປະຈຳຖິ່ນ; ຕິດຕາມຂໍ້ມູນແຈ້ງເຕືອນຂອງກະຊວງການຕ່າງປະເທດ (ສະຖານກົງສູນ ຫຼື ສະຖານທູດ ຫວຽດນາມ ປະຈຳ ອີຢິບ, ອີຣານ, ອິດສະຣາແອັນ ແລະ ບັນດາປະເທດໃກ້ຄຽງ) ເພື່ອມີການຮັບມືຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top