• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມ 48 ຂັ້ນດັດຊະນີຟື້ນຟູໂຄວິດ-19

ຫວຽດນາມ ກໍ່ແມ່ນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຍົກເລີກບັນດາຂໍ້ກຳນົດກ່ຽວກັບການວິໄຈ, ສັກວັກຊິນ ແລະ ແຍກຕົວໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ.
  (ພາບປະກອບ: TTXVN)  

 ຫວຽດນາມ ເພີ່ມ 48 ຄັ້ງ, ຈັດອັນດັບທີ 14 ໃນຕະຕາລາງຈັດອັນດັບດັດຊະນີຟື້ນຟູ ໂຄວິດ-19 ຍ້ອນບັນດາໝາກຜົນການຄວບຄຸມໂລກລະບາດ, ສັກວັກຊິນທົ່ວປວງຊົນ ແລະ ເປີດປະຕູພື້ນຖານເສດຖະກິດ. ນີ້ແມ່ນແຫຼ່ງຂໍ້ມູນເຊິ່ງໄດ້ຍົກອອກທີ່ກອງປະຊຸມປະຈຳເດືອນ ພຶດສະພາ ຂອງລັດຖະບານ, ເຊິ່ງດຳເນີນໃນວັນທີ 04 ມິຖຸນາ, ຢູ່ ຮ່າໂນ້ຍ.

ດ້ວຍພົນລະເມືອງກວ່າ 80% ໄດ້ສັກວັກຊິນຢ່າງຄົບຖ້ວນ ແລະ ກວ່າ 60% ໄດ້ສັກເຂັມທີ 2, ຫວຽດນາມ ໄດ້ຮັບ 27/30 ຄະແນນກ່ຽວກັບຄວາມສາມາດສັກວັກຊິນ. ຫວຽດນາມ ກໍ່ແມ່ນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ຍົກເລີກບັນດາຂໍ້ກຳນົດກ່ຽວກັບການວິໄຈ, ສັກວັກຊິນ ແລະ ແຍກຕົວໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ.

ດັດຊະນີຟື້ນຟູໂຄວິດ-19 ຍິງໄດ້ຈັດຢູ່ລະດັບສູງ, ປະເທດ ແລະ ເຂດແຄ້ວນນັ້ນຍິງໃກ້ກັບຄວາມສາມາດຟື້ນຟູ. ດັດຊະນີດັ່ງກ່າວແມ່ນ ອັດຕາຕິດແປດ, ມີຜູ້ເສຍຊີວິດຕ່ຳ, ການສັກວັກຊິນດີກວ່າ…

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນະລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top