• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມທະວີການຮ່ວມມືກັບພັກຝ່າຍການເມືອງຂອງລັດເຊຍ

ທີ່ການເຮັດວຽກຄັ້ງຕ່າງໆ, ບັນດາຝ່າຍໄດ້ແລກປ່ຽນກ່ຽວກັບເນື້ອໃນການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກການເມືອງຂອງ ລັດເຊຍ ໃນໄລຍະຈະມາເຖິງ.
(ພາບປະກອບ: Sputnik)

ໃນລະຫວ່າງວັນທີ 01 – 02 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງ ຫວຽນທິຮ່ວາງເວີນ, ຮອງຫົວໜ້າຄະນະພົບພັນຕ່າງປະເທດສູນກາງພັກ, ໄດ້ເຮັດວຽກກັບການນຳພັກການເມືອງປະເທດ ລັດເຊຍ ເອກະພາບ, ພັກກອມມູນິດສະຫະພັນ ລັດເຊຍ ແລະ ພັກ ປະເທດລັດເຊຍ ຍຸຕິທຳ - ເພື່ອຄວາມຈິງ.

        ທີ່ການເຮັດວຽກຄັ້ງຕ່າງໆ, ບັນດາຝ່າຍໄດ້ແລກປ່ຽນກ່ຽວກັບເນື້ອໃນການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ກັບບັນດາພັກການເມືອງຂອງ ລັດເຊຍ ໃນໄລຍະຈະມາເຖິງ. ທ່ານນາງ ຫງວຽນທິຮ່ວາງເວີນ ຢືນຢັນວ່າ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບພັກການເມືອງຂອງ ລັດເຊຍ, ການພົວພັນຜ່ານຊ່ອງທາງພັກໄດ້ປະກອບສ່ວນສຳຄັນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

        ການນຳບັນດາພັກຝ່າຍການເມືອງ ຕີລາຄາສູງໝາກຜົນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ; ຢືນຢັນວ່າ ຈະມານະພະຍາຍາມພ້ອມກັບຝ່າຍ ຫວຽດນາມ, ຊຸກຍູ້ການຮ່ວມມືຜ່ານຊ່ອງທາງພັກ ເພື່ອສ້າງພື້ນຖານການເມືອງຢ່າງໝັ້ນແກ່ນ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ.

        ໃນຂອບເຂດການຢ້ຽມຢາມດັ່ງກ່າວ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ເຮັດວຽກກັບການນຳ 3 ອົງການສຳຄັນຂອງ ລັດເຊຍ, ລວມມີ: ກະຊວງວິທະຍາສາດ ແລະ ສຶກສາມະຫາວິທະຍາໄລ, ອົງການຮ່ວມມືສະຫະພັນລັດເຊຍ, ມະຫາວິທະຍາໄລການບິນ ມົດສະກູ ເພື່ອຊຸກຍູ້ການຮ່ວມມືດ້ານການສຶກສາຂອງ 2 ປະເທດໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top