• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນ “ທາດເລັ່ງພິເສດ” ສໍາລັບວິວັດການດໍາເນີນການເຈລະຈາລະຫວ່າງ ສປປ.ເກົາຫຼີ - ອາເມລິກາ

      ຜ່ານກອງປະຊຸມຄັ້ງນີ້ ຫວຽດນາມ ຢາກສົ່ງສານທີ່ວ່າ ຫວຽດນາມ ບໍ່ພຽງແຕ່ສະໜອງດ້ານສະຖານທີ່, ພະລາທິການ, ຮັບປະກັນຄວາມສະຫງົບປອດໄພ... ໃຫ້ແກ່ການພົບປະຄັ້ງນີ້ເທົ່ານັ້ນ ຫາກຍັງແມ່ນການສົ່ງເສີມສອງຝ່າຍ ລື່ມອະດີດ, ຜ່ານຜ່າຄວາມແຕກຕ່າງກັນ ແລະ ມຸ່ງໄປສູ່ອະນາຄົດ

ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ  ຕອບສໍາພາດຕໍ່ນັກຂ່າວ VOV ປະຈໍາ ອາເມລິກາ 
      ກອງປະຊຸມສຸດຍອດ ຄັ້ງທີ 2  ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະຖືກດໍາເນີນຢູ່ຮ່າໂນ້ຍ ແມ່ນໜຶ່ງໃນບັນດາເຫດການທີ່ໄດ້ຮັບຄວາມສົນໃຈແຖວໜ້າໃນໂລກໃນປັດຈຸບັນ. ເລື່ອງສອງປະເທດ ສະເໜີຫວຽດນາມ ແລະ ຫວຽດນາມ ເຫັນດີຈັດຕັ້ງເຫດການດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ເມື່ອຕອບສໍາພາດຕໍ່ນັກຂ່າວ VOV ປະຈໍາ ອາເມລິກາ ກ່ອນດໍາເນີນກອງປະຊຸມ, ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຢັ້ງຢືນວ່າ:
        ຖ້າຫາກພິຈາລະນະກ່ຽວກັບບັນດາແງ່ມູມຄື ຮັບປະກັນຄວາມສະຫງົບປອດໄພ, ພູມສາດ, ຈິດໃຈຮັກແພງແຂກຂອງປະເທດເຈົ້າພາບ, ກໍາລັງຄວາມສາມາດໃນການຈັດຕັ້ງເຫດການ ລະດັບສາກົນ”... ຫວຽດນາມ ລ້ວນແຕ່ຕອບສະໜອງໄດ້ດີ. ແຕ່ບໍ່ພຽງແຕ່ຫວຽດນາມ ເທ່ົານັ້ນ, ຫາກບາງປະເທດອື່ນໃນພາກພື້ນກໍສາມາດຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຂອງ ສປປ.ເກົາຫຼີ ແລະ ອາເມລິກາ. ສປປ.ເກົາຫຼີ ແລະ ອາເມລິກາ ເລືອກເອົາ ຮ່າໂນ້ຍ - ນະຄອນສັນຕິພາບ, ນະຄອນຫຼວງຂອງຫວຽດນາມ, ຕາມຂ້າພະເຈົ້າແລ້ວ ແຕ່ລະຝ່າຍຕ່າງກໍຊອກເຫັນວ່າ ຢູ່ ຫວຽດນາມ ມີສິ່ງທີ່ເຂົາເຈົ້າ ພວມຫວັງຢາກໄດ້ກັບຝ່າຍອື່ນ. ເວົ້າລວມແລ້ວ, ຫວຽດນາມ ເປັນສັນຍະລັກຂອງສັນຕິພາບ ແລະ ການໄກ່ເກ່ຍ, ຈາກການສູ້ຢັນຫັນໄປສູ່ການເຈລະຈາ, ຈາກຄວາມສົງໄສ ຫັນໄປສູ່ການສ້າງຄວາມໄວ້ເນື້ອເຊື່ອໃຈ, ຈາກສັດຕູກາຍເປັນຄູ່ຮ່ວມມືຂອງກັນ”.
        ຕາມທ່ານ ຮ່າກິມງອັກ ແລ້ວ, ຜ່ານກອງປະຊຸມຄັ້ງນີ້ ຫວຽດນາມ ຢາກສົ່ງສານທີ່ວ່າ ຫວຽດນາມ ບໍ່ພຽງແຕ່ສະໜອງດ້ານສະຖານທີ່, ພະລາທິການ, ຮັບປະກັນຄວາມສະຫງົບປອດໄພ... ໃຫ້ແກ່ການພົບປະຄັ້ງນີ້ເທົ່ານັ້ນ ຫາກຍັງແມ່ນການສົ່ງເສີມສອງຝ່າຍ “ລື່ມອະດີດ, ຜ່ານຜ່າຄວາມແຕກຕ່າງກັນ ແລະ ມຸ່ງໄປສູ່ອະນາຄົດ”.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top