• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດຄັ້ງທີ 1

ຄາດວ່າ, ກອງປະຊຸມຈະດຶງດູດການເຂົ້າຮ່ວມຂອງຜູ້ແທນມາຈາກອົງການຄຸ້ມຄອງລະດັບຊາດ ແລະ ທ້ອງຖິ່ນບັນດາປະເທດສະມາຊິກ UN Tourism ແລະ ຫວຽດນາມ.
(ທີ່ການປະຊຸມຖະແຫຼງຂ່າວ)

ແຕ່ວັນທີ 09 – 11 ທັນວາ, ຢູ່ Vinpearl Resort & Golf Nam Hoi An (ແຂວງ ກວາງນາມ), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈະສົມທົບກັບອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ແລະ ຄະນະກຳມະການປະຊາຊົນແຂວງ ກວາງນາມ ຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດຄັ້ງທີ 1 ແລະ ວາລະປະຊຸມປະຈຳປີເຄືອຂ່າຍບ້ານທ່ອງທ່ຽວດີທີ່ສຸດຂອງ UN Tourism. ຄາດວ່າ, ກອງປະຊຸມຈະດຶງດູດການເຂົ້າຮ່ວມຂອງຜູ້ແທນມາຈາກອົງການຄຸ້ມຄອງລະດັບຊາດ ແລະ ທ້ອງຖິ່ນບັນດາປະເທດສະມາຊິກ UN Tourism ແລະ ຫວຽດນາມ, ບັນດາອົງການຈັດຕັ້ງສາກົນ, ປະຊາຄົມທ່ອງທ່ຽວ ແລະ ພາກພື້ນເອກະຊົນ 300 ຄົນ.

        ທີ່ການປະຊຸມຖະແຫຼງຂ່າວເຫດການຈັດຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ, ຢູ່ແຂວງ ກວາງນາມ, ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

        “ກອງປະຊຸມຈະສຸມໃສ່ 3 ຫົວຂໍ້ຕົ້ນຕໍ, ຄື: ນະໂຍບາຍລະດັບຊາດ ແລະ ທ້ອງຖິ່ນຊຸກຍູ້ການທ່ອງທ່ຽວພັດທະນາຊົນນະບົດ; ດຶງດູດການເຂົ້າຮ່ວມ ແລະ ມອບສິດໃຫ້ປະຊາຄົມທ້ອງຖິ່ນໃນການພັດທະນາການທ່ອງທ່ຽວ; ພັດທະນາຜະລິດຕະພັນທ່ອງທ່ຽວ, ຊຸກຍູ້ນະວັດຕະກຳ ແລະ ສ້າງເງື່ອນໄຂສຳຜັດກັບຕະຫຼາດໃຫ້ແກ່ບັນດາຈຸດນັດພົບຊົນນະບົດ”.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top