• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

ວັນທີ 23 ສິງຫາ, ທີ່ຫໍປະຊຸມ - ວາງສະແດງ Patriot, ຢູ່ຊານນະຄອນຫລວງ ມົດສະກູ (ສະຫະພັນ ລັດເຊຍ) ໄດ້ດຳເນີນພິທີໄຂຮ່ວມເວທີປາໄສເຕັກນິກການທະຫານ “Armya 2020” ແລະ ງານແຂ່ງຂັນກິລາການທະຫານສາກົນ Army games 2020.

ເຂົ້າຮ່ວມພິທີໄຂ ມີທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຫລາຍທ່ານໃນລັດຖະບານ ລັດເຊຍ.

 ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

 ປີນີ້, ເວທີປາໄສເຕັກນິກການທະຫານ “Armya 2020” ໂດຍກະຊວງປ້ອງກັນປະເທດ ລັດເຊຍ ເປັນເຈົ້າພາບຈັດຕັ້ງເຖິງຈະດຳເນີນໃນລະຫວ່າງວັນທີ 23 – 29 ສິງຫາ. ສ່ວນງານແຂ່ງຂັນກິລາການທະຫານສາກົນ Army games 2020 ຈະດຳເນີນແຕ່ວັນທີ 23 ສິງຫາ - ວັນທີ 5 ກັນຍາ ຢູ່ 5 ປະເທດ ລວມມີ: ອາແຊກໄບຊານ, ອາເມນີ, ເບລາຣຸດ, ອຸດສະເບກິດສະຖານ ແລະ ລັດເຊຍ. ເຂົ້າຮ່ວມງານແຂ່ງຂັນກິລາການທະຫານມີ 156 ທິມມາຈາກ 32 ປະເທດ, ລວມມີ ລັດເຊຍ, ປະເທດຕາງໜ້າໃຫ້ ເອີຣົບ, ອາຊີ ແລະ ອາຟຣິກາ.

        ຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ຈັດສົ່ງພະນັກງານ, ນັກຮົບກ່ວາ 200 ຄົນ ດ້ວຍ 10 ທິມ, ໃນນັ້ນ ມີ 8 ທິມຈະແຂ່ງຂັນຢູ່ ລັດເຊຍ. ທ່ານພົນຕີ ໂງມິງຕ໊ຽນ ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຜູ້ແທນການທະຫານ ຫວຽດນາມ ໃຫ້ຮູ້ວ່າ:

        “ໂດຍຜ່ານງານແຂ່ງຂັນກິລາການທະຫານ, ເຖິງວ່າໃນໄລຍະໂລກລະບາດໂຄວິດ-19 ແຜ່ລະບາດກໍ່ຕາມ, ແຕ່ພວກເຮົາຢັ້ງຢືນວ່າ ລັດເຊຍ ເປັນຄູ່ຮ່ວມມືສຳຄັນ, ໃນນັ້ນ ການພົວພັນດ້ານການທະຫານ, ການປ້ອງກັນຊາດ, ການຮ່ວມມືການທະຫານລະຫວ່າງ 2 ປະເທດ ກໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນທີ່ສຸດ ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີມິດຕະພາບ 2019  2020 ລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ສະຫະພັນ ລັດເຊຍ - ຫວຽດນາມ. ໂດຍຜ່ານງານແຂ່ງຂັນກິລາການທະຫານຄັ້ງນີ້, ບັນດານັກກິລາ ຫວຽດນາມ ຈະຢັ້ງຢືນໄດ້ລະດັບການຝຶກຊ້ອມຄວາມພ້ອມໃນການສູ້ຮົບຂອງຕົນ, ພ້ອມທັງແລກປ່ຽນບົດຮຽນ, ປະສົບການກັບບັນດາປະເທດເພື່ອນມິດ ເພື່ອໃຫ້ງານແຂ່ງຂັນກິລາການທະຫານສາກົນຄັ້ງຕໍ່ໆໄປ ພວກເຮົາຈະປະສົບຜົນສຳເລັດກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top