• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO

ທ່ານTharman Shanmugaratnam ກໍ່ເຕື້ອງເຖິງການປ່ຽນແປງໃໝ່ຢ່າງສຳເລັດຜົນຢູ່ ຫວຽດນາມ ເມື່ອຜັນຂະຫຍາຍໂຄງການ VnSAT ແນໃສ່ຫຼຸດປະລິມານນ້ຳຮັບໃຊ້ການປູກຝັງ ອັນໄດ້ນຳມາເຊິ່ງປະສິດທິຜົນ
ກອງລະປະຊຸມ (ພາບ: TTXVN)

ແຕ່ວັນທີ 01 – 07 ກໍລະກົດ, ຢູ່ສຳນັກງານອົງການອາຫານ ແລະ ການກະເສດ (FAO) ຢູ່ ຣົມ, ປະເທດ ອີຕາລີ, ໄດ້ຈັດວາລະປະຊຸມຄັ້ງທີ 43 ໃນຂອບເຂດກອງປະຊຸມລັດຖະມົນຕີ FAO ອາຍຸການ 2023 – 2027 ແລະ ບັນດາກອງປະຊຸມໂຕະມົນຂັ້ນສູງປິ່ນອ້ອມຫົວຂໍ້ ຄຸ້ມຄອງແຫຼ່ງນ້ຳລວມ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮືງ, ຜູ້ຕາງໜ້າປະຈຳການຂອງ ຫວຽດນາມ ຢູ່ FAO, ເຂົ້າຮ່ວມກອງລະປະຊຸມ.

ທີ່ວາລະໄຂກອງປະຊຸມໃນວັນທີ 01 ກໍລະກົດ, ທ່ານ Tharman Shanmugaratnam, ລັດຖະມົນຕີຜູ້ປະສານງານນະໂຍບາຍສັງຄົມຂອງ ສິງກະໂປ ແລະ ກໍ່ເປັນປະທານຮ່ວມຄະນະກຳມະການທົ່ວໂລກກ່ຽວກັບເສດຖະກິດແຫຼ່ງຊັບພະຍາກອນນ້ຳຂອງສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຕ້ອງເພີ່ມທະວີການຄຸ້ມຄອງແຫຼ່ງນ້ຳຢ່າງມີປະສິດທິຜົນ ເພື່ອບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ດິນຟ້າອາກາດ ແລະ ສິ່ງແວດລ້ອມທົ່ວໂລກ. ທ່ານTharman Shanmugaratnam ກໍ່ເຕື້ອງເຖິງການປ່ຽນແປງໃໝ່ຢ່າງສຳເລັດຜົນຢູ່ ຫວຽດນາມ ເມື່ອຜັນຂະຫຍາຍໂຄງການ VnSAT ແນໃສ່ຫຼຸດປະລິມານນ້ຳຮັບໃຊ້ການປູກຝັງ ອັນໄດ້ນຳມາເຊິ່ງປະສິດທິຜົນ ຊ່ວຍປະຊາຊົນປະຢັດລາຍຈ່າຍ ແລະ ເວລາ.

(ແຫຼ່ງຄັດຈາກ VOV)

ກະກຽມໃຫ້ແກ່ວັນບຸນໃຫຍ່ຂອງທົ່ວປວງຊົນ

ກະກຽມໃຫ້ແກ່ວັນບຸນໃຫຍ່ຂອງທົ່ວປວງຊົນ

ຕາມບົດລາຍງາຍຂອງຫ້ອງ ການສະພາເລືອກຕັ້ງແຫ່ງຊາດແລ້ວ, ມາຮອດປະຈຸບັນ ວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງໄດ້ສຳເລັດໂດຍພື້ນຖານແລ້ວ.

Top