• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ

ວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຄະນະຊີ້ນໍາກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເພື່ອແນໃສ່ກວດກາຄືນວຽກງານກະກຽມຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຢູ່ຊູດັງໃຕ້.

ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນ (ພາບ: TTXVN)

ປັດຈຸບັນ, ວຽກງານກະກຽມທາງດ້ານວິຊາການໃຫ້ແກ່ໂຮງໝໍ ກາງສະໜາມຂັ້ນ 2 ເລກ 2 ໄດ້ຮັບປະກັນເປັນຢ່າງດີ. ໄປຄຽງຄູ່ກັນນັ້ນ, ວຽກງານກະກຽມບັນດາລະບຽບການທາງນິຕິກໍາສໍາລັບບັນດາຄູູ່ຮ່ວມມືຕ່າງປະເທດ ແລະ ລະບຽບການທາງດ້ານນິຕິກໍາພາຍໃນປະເທດ ໂດຍແມ່ນກົມຮັກສາສັນຕິພາບ ຫວຽດນາມພວມຜັນຂະຫຍາຍປະຕິບັດຢ່າງຮີບດ່ວນ ແລະ ຮັບປະກັນໃຫ້ຖືກຕ້ອງຕາມຄວາມຄືບໜ້າ. ສໍາລັບວຽກງານຮັບເອົາ, ຫຸ້ມຫໍ່, ຂົນສົ່ງສິນຄ້າ, ພິທີມອບ-ຮັບ... ກໍໄດ້ຂຶ້ນແຜນປະຕິບັດຢ່າງລະອຽດໝົດແລ້ວ.

        ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢັ້ງຢືນເຖິງຄວາມຕັດສິນໃຈຂອງກະຊວງປ້ອງກັນປະເທດຫວຽດນາມ ໃນການຜັນຂະຫຍາຍໂຮງໝໍໂດຍປາສະຈາກສິ່ງເສດເຫຼືອປລາດສະຕິກເປັນແຫ່ງທໍາອິດໃນຄະນະປະຕິບັດງານຮັກສາສັນຕິພາບຢູ່ ສປຊ.

        ແລະກໍໃນວັນດຽວກັນ, ພິທີໄຂຊຸດຝຶກອົບຮົມກ່ຽວກັບການນໍາໃຊ້ເຄື່ອງອຸປະກອນຊ່າງແສງປະເພດໜັກ ກໍໄດ້ໄຂຂຶ້ນໃນຂອບເຂດໂຄງການຄູ່ຮ່່ວມມືສາມຝ່າຍປີ 2019 ຢູ່ກົມຮັກສາສັນຕິພາບຫວຽດນາມ ເພື່ອແນໃສ່ເພີ່ມທະວີກໍາລັງຄວາມສາມາດໃນການກະກຽມ ແລະ ກຽມພ້ອມຜັນຂະຫຍາຍບັນດາພາກສ່ວນຂອງ ກອງທະຫານຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງຫວຽດນາມ ຕາມຂັ້ນຕອນຂອງ ສປຊ ໄດ້ຢ່າງວ່ອງໄວ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top