• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ASEAN

ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາເນື້ອໃນປຶກສາຫາລື, ພິເສດແມ່ນການຜັນຂະຫຍາຍບັນດາບຸລິມະສິດຂອງ ອາຊຽນ ປີ 2024
ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ໂດ້ຮຸ່ງຫວຽດ (ພາບ: TTXVN)

ແຕ່ວັນທີ 06 – 07 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ໂດ້ຮຸ່ງຫວຽດ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງ SOM ASEAN, ກອງປະຊຸມຄະນະບໍລິຫານຄະນະກຳມະການສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ ExCom) ແລະ ກອງປະຊຸມຄັ້ງທີ 17 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບ ຕີມໍເລສະເຕ (ACCWG-TL).

ທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາເນື້ອໃນປຶກສາຫາລື, ພິເສດແມ່ນການຜັນຂະຫຍາຍບັນດາບຸລິມະສິດຂອງ ອາຊຽນ ປີ 2024, ກຳນົດທິດສ້າງຍຸດທະສາດຜັນຂະຫຍາຍປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ 2045, ຍົກສູງວິທີສຳຜັດລວມຂອງ ອາຊຽນ ໃນການເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ບັນດາປະເທດກຳມະສິດອາວຸດນິວເຄຼຍ (NSW) ເຊັນອະນຸສັນຍາສັນຍາ SEANWFZ, ເສີມຂະຫຍາຍບົດບາດ ແລະ ວິທີສຳຜັດຂອງ ອາຊຽນ ໜູນຊ່ວຍ ມຽນມາ, ໃນນັ້ນ, ມີການໜູນຊ່ວຍມະສຸດສະທຳໃຫ້ແກ່ປະຊາຊົນປະເທດນີ້…

ທ່ານຮອງລັດຖະມົນຕີຢືນຢັນວ່າ, ອາຊຽນ ຄວນຢືດໝັ້ນຫຼັກໝັ້ນລວມກ່ຽວກັບບັນຫາທະເລຕາເວັນອອກ ຄືດັ່ງໄດ້ຍົກອອກມາໃນຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຮັກສາ ແລະ ຊຸກຍູ້ຄວາມສະຖຽນລະພາບເຂດທະເລອອກວັນທີ 30 ທັນວາ 2023.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top