• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຊຸກຍູ້ TPP ຢູ່ ອົດສຕຣາລີ

      ຕອນບ່າຍວັນທີ 28 ສິງຫາ, ກອງປະຊຸມບັນດາເຈົ້າໜ້າທີຂັ້ນສູງ (SOM) ຂອງ 11 ປະເທດຍັງເຫຼືອເຂົ້າຮ່ວມເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ໄຂຂື້ນຢູ່ Sydney, ອົດສຕຣາລີ, ເພື່ອຊອກຫາວິທີຊຸກຍູ້ຂໍ້ຕົກລົງນີ້ພາຍຫຼັງ ອາເມລິກາ ຖອນອອກແຕ່ຕົ້ນປີນີ້.

ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຊຸກຍູ້ TPP ຢູ່ ອົດສຕຣາລີ
(ພາບ: baotintuc.vn)
      ຄະນະ ຫວຽດນາມ ໂດຍທ່ານ ເຈີ່ນກວົກແຄ໋ງ ລັດຖະມົນຕີກະຊວງອຸດສະຫະກຳການຄ້າ ນຳໜ້າ, ເຂົ້າຮ່ວມບັນດາວາລະປຶກສາຫາລືທີກອງປະຊຸມ. ກວ່າຄຳເຫັນໄຂກອງປະຊຸມ, ທ່ານ Justin Brown, ຫົວໜ້າຄະນະເຈລະຈາປະເທດເຈົ້າພາບ ອົດສຕຣາລີ ປາດຖະໜາຢາກ ບັນລຸໄດ້ບັນດາຂໍ້ຕົກລົງສຸດທ້າຍເພື່ອໃຫ້ TPP ສາມາດມີຜົນສັກສິດພາຍຫຼັງ ກອງປະຊຸຂັ້ນສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ຢູ່ ດ່າໜັງ, ຫວຽດນາມ ໃນເດືອນ 11 ຈະມາເຖິງ. ເຂົ້າຮ່ວມກອງປະຊຸມ, ຜູ້ຕາງໜ້າຈຳນວນໜື່ງຈາກບັນດາປະເທດສະມາຊິກຫວັງວ່າການເຈລະຈາຈະໄດ້ຮັບຜົນໂດຍໄວພາຍຫຼັງທີ່ທ່ານ ປະທານາທິບໍດີ ອາເມລິກາ Donald Trump ແຫຼງການຖອນອອກຈາກຂໍ້ຕົກລົງນີ້ເພື່ອເດືອນ 1/ 2017.
        ໃນ 3 ວັນທີ, ລະຫວ່າງວັນທີ 28 ເຖິງ 30 ສິງຫາ, ບັນດານັກເຈລະຈາ 11 ປະເທດ ດຳເນີນການບັນດາວາລະປຶກສາຫາລື ເພື່ອແນໃສ່ຊອກຫາວິທີປັບປຸງ ເອກະສານກົກຂອງສັນຍາ TPP ໃຫ້ເໝາະສົມກັບສະພາບຕົວຈິງໃໝ່.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top