• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ

ວັນທີ 23 ຕຸລາ, ຢູ່ນະຄອນຫຼວງ Baku, ປະເທດ ອາແຊັກໄບຢານກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່່ມ ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ອາແຊັກໄບຢານ Elmar Mammadyarov. 
ກອງປະຊຸມໄດ້ສຸມໃສ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ກໍຄືປະຕິບັດສໍາເລັດວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 18. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ຢັ້ງຢືນວ່າ ດ້ວຍຈໍານວນປະເທດສະມາຊິກແມ່ນ 120 ປະເທດນັ້ນ, ຂະບວນການບໍ່ຮ່ວມກຸ່ມ ແມ່ນກໍາລັງການເມືອງສໍາຄັນ ແລະ ມີສຽງເວົ້າຢ່າງແຮງໃນການປົກປ້ອງຜົນປະໂຫຍດໃຫ້ແກ່ບັນດາປະເທດພວມພັດທະນາ. ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນ ແລະ ເສີມຂະຫຍາຍບົດບາດອັນໃຫຍ່ຫຼວງຂອງຕົນ, ທ່ານ ຫງວຽນກວ໊ກຢຸງ ເນັ້ນໜັກວ່າ ຂະບວນການບໍ່ຮ່ວມກຸ່ມຄວນເພີ່ມທະວີຄວາມສາມັກຄີ, ເປັນພື້ນຖານສໍາຄັນຊ່ວຍໃຫ້ຂະບວນການດັ່ງກ່າວ ສືບຕໍ່່ຢັ້ງຢືນວ່າ ແມ່ນຄັນທຸງນໍາໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍ, ຖືກົດໝາຍສາກົນເປັນສໍາຄັນ; ພ້ອມກັນນັ້ນບັນດາປະເທດຄວນພ້ອມກັນມານະພະຍາຍາມຊອກຫາບັນດາມາດຕະການປະຕິຮູບກ່ຽວກັບລະບອບລະບຽບການ ແລະ ວິທີການເຮັດວຽກ ເພື່ອແນໃສ່່ເພີ່ມທະວີປະສິດທິຜົນການຮ່ວມມືຂອງຂະບວນການບໍ່ຮ່ວມກຸ່ມ.

        ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ຢັ້ງຢືນວ່າ ບັນດາປະເທດ ອາຊຽນ, ຫວຽດນາມ ຈະມານະພະຍາຍາມກໍ່ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ເຖິງຢ່າງໃດກໍຕາມ, ບັນດາຄວາມມານະພະຍາຍາມນີ້ ພວມຖືກນາບຂູ່ ຈາກສະພາບການສັບສົນຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້,  ພິເສດແມ່ນເລື່ອງລະເມີດສິດອໍານາດອະທິປະໄຕ, ສິດອໍານາດສານຢູ່ເຂດທະເລຂອງຫວຽດນາມ ທີ່ໄດ້ກໍານົດໄວ້ໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ໃນສະພາບການນັ້ນ, ຫວຽດນາມ ໄດ້ຮຽກຮ້ອງບັນດາປະເທດສະມາຊິກໃນຂະບວນການບໍ່ຮ່ວມກຸ່ມ ສະໜັບສະໜູນຄວາມມານະພະຍາຍາມລວມຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.

        ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 18 ຈະດໍາເນີນໃນລະຫວ່າງວັນທີ 25 -26 ຕຸຸລາ ຢູ່ຫໍສະພາແຫ່ງຊາດ Baku, ນະຄອນຫຼວງ Baku, ອາແຊັກໄບຢານ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top