• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກະຊວງປ້ອງກັນຊາດ ອີຢູ

      ໃນຂອບເຂດການຢ້ຽມຢາມ, ທີ່ເປັນຄັ້ງທຳອິດ ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການປ້ອງກັນຊາດບັນດາປະເທດສະມາຊິກ EU...

ທ່ານ ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນເອກ Mikhail Kostarakos,
ປະທານຄະນະກຳມະການການທະຫານສະຫະພາບເອີລົບ
(ພາບ: TTXVN)
      ໃນລະຫວ່າງວັນທີ 14 – 16 ພຶດສະພາ, ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ສຳນັກງານ ສະຫະພາບເອີລົບ (EU) ຕາມຄຳເຊື້ອເຊີນຂອງທ່ານພົນເອກ Mikhail Kostarakos, ປະທານຄະນະກຳມະການການທະຫານສະຫະພາບເອີລົບ.   ດ້ວຍຖານະເປັນແຂກຖືກເຊີນກິຕິມະສັກ ແລະ ມີບົດກ່າວປາໄສສຳຄັນທີ່ວາລະປະຊຸມກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ.
        ໃນບົດກ່າວປາໄສ, ທ່ານຮອງລັດຖະມົນຕີ ຫງວຽນຈີ໋ວິ້ງ ໄດ້ແບ່ງປັນວ່າພາຍຫຼັງເກືອບ 4 ປີທີ່ເຂົ້າຮ່ວມການຮັກສາສັນຕິພາບ ສປຊ, ມາຮອດປະຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍນາຍທະຫານ 20 ເທື່ອຄົນໄປເຂົ້າຮ່ວມຄະນະປະຕິບັດງານຢູ່ ສ. ອາບຟຣີກາ ກາງ (MINUSCA) ແລະ ຊູດັງໃຕ້ (UNMISS), ໃນນັ້ນມີທະຫານຍິງຜູ້ໜຶ່ງ.
        ເພື່ອປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ແຕ່ລະປະເທດສະມາຊິກ, ພິເສດໃນຂົງເຂດຮັກສາສັນຕິພາບ ສປຊ, ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ. ຕາມນັ້ນແລ້ວ, ຫວຽດນາມ ແລະ ອີຢູ ຄວນກາຍເປັນຄູ່ຮ່ວມມືກ່ຽວກັບການຮ່ວມມືປ້ອງກັນຊາດຢ່າງເປັນທາງການຜ່ານເລື່ອງຊຸກຍູ້ການລົງນາມໃນຖະແຫຼງການກ່ຽວກັບວິໄສທັດຮ່ວມລະຫວ່າງ ຫວຽດນາມ ແລະ EU ໃນຂົງເຂດປ້ອງກັນຊາດ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ 2 ຝ່າຍ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການປຶກສາຫາລືໃນບັນດາເວທີປາໄສ, ກົນໄກຫຼາຍຝ່າຍເຊິ່ງທັງ 2 ຝ່າຍເປັນສະມາຊິກ…
 (ແຫຼ່ງຄັດຈາກ VOV)
 

ສ້າງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ລັດ​ໄວ້​ວາງ​ໃຈ​ໃຫ້​ສົມ​ບຸນ​ແບບ

ສ້າງ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ເອົາ​ບັດ​ໄວ້​ວາງ​ໃຈ, ປ່ອນ​ລັດ​ໄວ້​ວາງ​ໃຈ​ໃຫ້​ສົມ​ບຸນ​ແບບ

ເພື່ອສ້າງຮ່າງມະຕິໃຫ້ສົມບຸນແບບ, ສສຊ ຈຳນວນໜຶ່ງ ສະເໜີວ່າ ນອກຈາກລາຍງານຕໍ່ຂັ້ນມີສິດອຳນາດແລ້ວ ໝາກຜົນການຮັບເອົາບັດໄວ້ວາງໃຈ ຕ້ອງເປີດເຜີຍທັງການເຄື່ອນໄຫວປ່ອນບັດໄວ້ວາງໃຈ.

Top