• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 2, ຊຸດທີ 71 ຂອງ ຄະນະກໍາມະການກົດໝາຍສາກົນ, ສປຊ

      ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ສະມາຊິກ ຫວຽດນາມ ຂອງ ຄະນະກໍາມະການກົດໝາຍສາກົນ ຂຶ້ນກັບ ສປຊ (ILC) ໄດ້ເຂົ້າຮ່ວມກອງປະຊຸມຄ້ັງທີ 2, ຊຸດທີ 71 ຂອງ ILC ທີ່ສໍານັກງານ ສປຊ ຢູ່ ເຊີແນວ, ປະເທດສະວິດ. 

ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ສະມາຊິກ ຫວຽດນາມ ຂອງ ຄະນະກໍາມະການກົດໝາຍສາກົນ
ຂຶ້ນກັບ ສປຊ (ພາບ: TTXVN) 
      ໃນລະຫວ່າງວັນທີ 8 – 9 ສິງຫາ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ສະມາຊິກ ຫວຽດນາມ ຂອງ ຄະນະກໍາມະການກົດໝາຍສາກົນ ຂຶ້ນກັບ ສປຊ (ILC) ໄດ້ເຂົ້າຮ່ວມກອງປະຊຸມຄ້ັງທີ 2, ຊຸດທີ 71 ຂອງ ILC ທີ່ສໍານັກງານ ສປຊ ຢູ່ ເຊີແນວ, ປະເທດສະວິດ. ກອງປະຊຸມຄັ້ງນີ້, ສືບຕໍ່ພິຈາລະຈາບັນດາຫົວຂໍ້ກ່ຽວກັບກົດໝາຍສາກົນໃນລາຍການເຮັດວຽກຂອງ ILC. ໝາກຜົນແມ່ນ ILC ໄດ້ຮັບຮອງເອົາຮ່າງບົດລາຍງານ ແລະ ສະແດງຄວາມຄິດເຫັນກ່ຽວກັບ 3 ຫົວຂໍ້ຄື: ໂທດກໍາຕ້ານຄືນມວນມະນຸດ; ຂໍ້ກໍານົດ, ຄໍາສັ່ງໃນກົດໝາຍສາກົນ ແລະ ປົກປັກຮັກສາສະພາບແວດລ້ອມໃນການປະທະກັນດ້ວຍອາວຸດ. ພິເສດ, ILC ໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການເຮັດວຽກຂອງກຸ່ມນັກຄົ້ນຄວ້າກ່ຽວກັບ “ຜົນກະທົບຂອງລະດັບນໍ້າທະເລຂຶ້ນສູງທີ່ກ່ຽວພັນກັບກົດໝາຍສາກົນ” ເຊິ່ງເປັນຫົວຂໍ້ໃໝ່ໃນລາຍການເຮັດວຽກຂອງຄະນະກໍາມະການ. ນະທີ່ນີ້, ສະມາຊິກຂອງຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ILC. ພ້ອມທັງສະເໜີໃຫ້ສ້າງບັນດາຂໍ້ກໍານົດຂອງກົດໝາຍສາກົນບົນຫຼັກການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ສິດທິມະນຸດ ແລະ ພັດທະນາແບບຍືນຍົງ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top