• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮ່ວມມືຫັນບັນດາກາລະໂອກາດໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງແກ່ທຸກຄົນ

ກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ວຽກເຮັດງານທຳ G20 ຕາມຮູບການທາງອອນລາຍໄດ້ດຳເນີນໃນຕອນຄ່ຳວັນທີ 10 ກັນຍາ, ໂດຍປະເທດປະທານ G20 ອາຣັບບິ ຊະອຸດິ ຈັດຕັ້ງ. ຫວຽດນາມ ເຂົ້າຮ່ວມດ້ວຍບົດບາດເປັນປະເທດປະທານ ອາຊຽນ 2020.

ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ 

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາລັດຖະມົນຕີກະຊວງແຮງງານ ແລະ ວຽກເຮັດງານທຳ G20 ປີ 2020 ແມ່ນ “ຫັນບັນດາກາລະໂອກາດໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງແກ່ທຸກຄົນ”. ຖະແຫຼງການເນັ້ນໜັກວ່າ ບັນດາປະເທດຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອຮັບມືກັບໂລກລະບາດໂຄວິດ-19, ຮັບປະກັນໃຫ້ບັນດາຄວາມມານະພະຍາຍາມຟື້ນຟູເສດຖະກິດ ແລະ ຕະຫລາດແຮງງານ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢືນຢັນເຖິງ ຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຕໍ່ຖະແຫຼງການຂອງລັດຖະມົນຕີແຮງງານ ແລະ ວຽກເຮັດງານທຳ G20. ທ່ານລັດຖະມົນຕີ ດ່າວງອັກຢຸງ ກໍ່ແບ່ງປັນເລື່ອງລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 62 ພັນຕື້ດົ່ງ ໃຫ້ຊາວຜູ້ອອກແຮງງານ ແລະ ວິສາຫະກິດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top