• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ຍູ້ແຮງວຽກງານຝຶກແອບ ແລະ ສ້າງກໍາລັງຄວາມສາມາດໃຫ້ແກ່ກໍາລັງຮັກສາສັນຕິພາບ ສປຊ

ວັນທີ 7 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດໍາເນີນກອງປະຊຸມປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ການລົງທຶນໃຫ້ແກ່ສັນຕິພາບ: ວຽກງານຝຶກແອບ ແລະ ກໍ່ສ້າງກໍາລັງໃຫ້ມີຄຸນນະພາບ ເພື່ອແນໃສ່ເພີ່ມທະວີຄວາມປອດໄພ, ຄວາມໝັ້ນຄົງ ແລະ ການປະຕິບັດຢ່າງມີປະສິດທິຜົນໃຫ້ແກ່ກໍາລັງຮັກສາສັນຕິພາບ ສປຊ” ໂດຍທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ເປັນປະທານ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ,  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ  ສປຊ (ພາບ:TTXVN) 
ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ,  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ  ສປຊ ຖືວ່າ ບັນດາປະເທດຄວນຕັ້ງໜ້າສະໜັບສະໜູນ ແລະ ຜັນຂະຫຍາຍຖະແຫຼງການຄໍາໝັ້ນສັນຍາລວມກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນປີ 2018. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການລົງທຶນໃສ່ວຽກງານຝຶກແອບ ແລະ ກໍ່ສ້າງກໍາລັງຄວາມສາມາດ ຄວນໄດ້ຮັບການປະຕິບັດຢ່າງຄົບຊຸດຢູ່ໃນລະດັບທີ່ແຕກຕ່າງກັນ, ໃນນັ້ນ ຄວນຄິດໄລ່ເຖິງຄວາມຮຽກຮ້ອງຕ້ອງການສະເພາະພິເສດຂອງແຕ່ລະບໍລິເວນ ແລະ ຂອງບັນດາພາລະກອນຍິງ. ຢູ່ໃນລະດັບຊາດ, ບັນດາປະເທດຄວນເພີ່ມທະວີວຽກງານກວດກາຄືນ, ກະກຽມ ແລະ ຝຶກແອບກໍາລັງເພື່ອຕອບສະໜອງຖືກຕ້ອງຕາມບັນດາມາດຕະຖານ ຂອງ ສປຊ, ໃນນັ້ນຕ້ອງເອົາໃສ່ເປັນພິເສດເຖິງການຝຶກແອບກ່ອນການຜັນຂະຫຍາຍ. ບັນດາເອກະສານທີ່ເປັນປະໂຫຍດຂອງ ສປຊ ຄວນໄດ້ຮັບການອັບເດັດເປັນປະຈໍາ, ຢູ່ໃນລະດັບພາກພື້ນ, ບັນດາປະເທດຄວນເພີ່ມທະວີການສົມທົບແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ, ລວມທັງການຮ່ວມມືລະຫວ່າງບັນດາສູນຝຶກແອບ. ຢູ່ໃນລະດັບທົ່ວໂລກ, ລະບົບຂອງ ສປຊ ຄວນສົ່ງເສີມການພົວພັນຄູ່ຮ່ວມມື, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ລະຫວ່າງບັນດາອົງການຂອງ ສປຊ, ໂດຍສະເພາະແມ່ນ ສະພາຄວາມໝັ້ນຄົງ, ຄະນະເລຂາ ແລະ ບັນດາປະເທດ ທີ່ຈັດສົ່ງທະຫານໄປ, ສ້າງຂັ້ນຕອນຖືກຕາມມາດຕະຖານ, ຮັບປະກັນແຫຼ່ງງົບປະມານໃຫ້ແກ່ການເຄື່ອນໄຫວຝຶກແອບ. 
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top