• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ຊຸກຍູ້ການໂອ້ລົມສົນທະນາສັນຕິພາບ ແລະ ຟື້ນຟູສະຖຽນລະພາບ ຢູ່ມາລີ

      ວັນທີ 19 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບບັນດາການຜັນແປຫວ່າງແລ້ວນີ້ຢູ່ມາລີ.


ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ມາລີ (ພາບ: UN) 
      ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ມາລີ ແລະ ເນັ້ນໜັກເຖິງຄວາມສຳຄັນໃນການຟື້ນຟູຄວາມເປັນລະບຽບການຂອງລັດຖະທຳມະນູນ ແລະ ປະຕິບັດຕາມສົນທິສັນຍາສັນຕິພາບປີ 2015, ຕີລາຄາສູງຄວາມມານະພະຍາຍາມຂອງ ສປຊ, ການນຳບັນດາປະເທດ ປະຊາຄົມເສດຖະກິດ ພາກພື້ນ ອາຟຼິກກາຕາເວັນຕົກ (ECOWAS), ສະຫະພາບອາຟຼິກກາ (AU) ໃນການຊຸກຍູ້ສະຖຽນລະພາບຢູ່ມາລີ, ພິເສດແມ່ນບົດບາດເປັນກາງໃນການໄກ່ເກ່ຍຂອງ ECOWAS.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຜັນແປຢູ່ມາລີ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຄວາມອົດກັ້ນ, ຫຼີກລ້ຽງການນຳໃຊ້ກຳລັງອາວຸດ, ຊຸກຍູ້ການເຈລະຈາເພື່ອຊອກຫາບັນດາມາດຕະການດ້ານການເມືອງເພື່ອສັນຕິພາບ, ເໝາະສົມກັບລັດຖະທຳມະນູນ ແລະ ກົດໝາຍມາລີ ເພື່ອແນໃສ່ສ້າງສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ມາລີຄືນໃໝ່, ເພື່ອຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບອັນຊອບທຳຂອງປະຊາຊົນ. ທ່ານເອກອັກຄະລັດຖະທູດກໍ່ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຂອງ ສປຊ, ສະຫະພາບອາຟຼິກກາ, ປະຊາຄົມເສດຖະກິດພາກພື້ນອາຟຼິກກາຕາເວັນຕົກ ແລະ ປະຊາຄົມສາກົນໃນການຊຸກຍູ້ການເຈລະຈາເພື່ອຊອກຫາມາດຕະການໂດຍສັນຕິວິທີ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ, ໜູນຊ່ວຍນຳສະພາບການ ຢູ່ມາລີກັບຄືນສູ່ສະຖຽນລະພາບໂດຍໄວ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top