• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງເຈດຈຳນົງການເມືອງ ແລະ ການເຄື່ອນໄຫວສາກົນໃນການຮັບມືກັບສະພາບນ້ຳທະເລຂຶ້ນ

ສະພາບນ້ຳທະເລຂຶ້ນແມ່ນຜົນຮ້າຍຢ້ອນຫຼັງໂດຍກົງຂອງຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ມັນພວມນາບຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບລ້ານຄົນຢ່າງຮ້າຍແຮງ, ໃນນັ້ນມີປະຊາຊົນ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ

ວັນທີ 3 ພະຈິກ, ທີ່ສຳນັກງານ ສປຊ, ຢູ່ນິວຢອກ, ປະເທດ ອາເມລິກາ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ຈັດວາລະປືກສາຫາລືກ່ຽວກັບໄພນາບຂູ່ເປັນຕາຍຂອງສະພາບນ້ຳທະເລຂຶ້ນໃນສະພາບວິກິດການດ້ານດິນຟ້າອາກາດ. ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ເນັ້ນໜັກວ່າ: ສະພາບນ້ຳທະເລຂຶ້ນແມ່ນຜົນຮ້າຍຢ້ອນຫຼັງໂດຍກົງຂອງຜົນກະທົບຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ມັນພວມນາບຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບລ້ານຄົນຢ່າງຮ້າຍແຮງ, ໃນນັ້ນມີປະຊາຊົນ ຫວຽດນາມ. ຍ້ອນເຫດນັ້ນ, ຄວນພິຈາລະນາເຖິງບັນຫານ້ຳທະເລຂຶ້ນ ແລະ ທຸກໆຄວາມມານະພະຍາຍາມ, ມາດຕະການແກ້ໄຂຜົນກະທົບຂອງເຫດການນີ້ອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ເພື່ອສາມາດແກ້ໄຂຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນ, ບັນດາປະເທດຕ້ອງມີຄວາມຮັບຜິດຊອບປະຕິບັດບັນດາຄຳໝັ້ນສັນຍາ ແລະ ເພີ່ມທະວີການເຄື່ອນໄຫວ, ການເງິນໃຫ້ແກ່ດິນຟ້າອາກາດ, ໃນນັ້ນມີບັນດາຄຳໝັ້ນສັນຍາໄດ້ຍົກອອກມາທີ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP) ແລະ ກອງປະຊຸມສຸດຍອດຄວາມມັກໃຫຍ່ໄຝ່ສູງດິນຟ້າອາກາດເດືອນ ກັນຍາ 2023. ຫວຽດນາມ ຮຽກຮ້ອງຕ້ອງຍູ້ໄວການສ້າງກອງທຶນທົດແທນຜົນເສຍຫາຍ ຊຶ່ງບັນດາປະເທດໄດ້ເຫັນດີເຫັນພ້ອມທີ່ກອງປະຊຸມ COP27.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມານະພະຍາຍາມຊຸກຍູ້ກອງປະຊຸມສຳຫຼວດກວດກາ NPT ໃຫ້ບັນລຸໝາກຜົນຢ່າງແທ້ຈິງ

ຫວຽດນາມ ມານະພະຍາຍາມຊຸກຍູ້ກອງປະຊຸມສຳຫຼວດກວດກາ NPT ໃຫ້ບັນລຸໝາກຜົນຢ່າງແທ້ຈິງ

ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມໃນການບູລະນະ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະຫະປະຊາຊາດ ເວົ້າລວມ ແລະ ກອງປະຊຸມສະມັດຊາໃຫຍ່ ເວົ້າສະເພາະ.

Top