ຂ່າວສານ
ຫວຽດນາມ ຮຽກຮ້ອງຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ
ໃນຂອບເຂດກອງປະຊຸມຊຸດທີ 56 ຂອງສະພາສິດທິມະນຸດສະຫະປະຊາຊາດ, ຈັດຂຶ້ນແຕ່ວັນທີ 18 ມິຖຸນາ ຫາວັນທີ 12 ກໍລະກົດ, ຢູ່ ເຊີແນວ, ປະເທດ ສະວິດ. ວັນທີ 02, ກໍລະກົດ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ໄດ້ຕາງໜ້າກຸ່ມແກ່ນສານມະຕິກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ລວມທັງ ຫວຽດນາມ, ບັງກະລາເທດ, ຟີລິບປິນ ກ່າວຄຳເຫັນທີ່ວາລະປຶກສາຫາລືມີຫົວຂໍ້ຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.
ທ່ານ ມາຍຟານຢຸງ ຢືນຢັນວ່າ, ເລື່ອງຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງ, ພິເສດແມ່ນສະຫງວນໃຫ້ກຸ່ມມີຄວາມສ່ຽງສູງ ທີ່ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ແມ່ນບຸລິມະສິດແຖວໜ້າຂອງບັນດາປະເທດພວມພັດທະນາ. ການປ່ຽນແປງຂອງດິນຟ້າອາກາດ, ບັນດາສະພາບອາກາດທີ່ຮ້າຍແຮງນັ້ນ ນັບມື້ນັບກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເຮືອນຊານ, ລະບົບຊີວະພາບ, ພື້ນຖານໂຄງລ່າງ, ພ້ອມທັງເຮັດໃຫ້ພື້ນຖານເສດຖະກິດອ່ອນແອລົງ, ສົ່ງຜົນກະທົບເຖິງເລື່ອງຊົມໃຊ້ບັນດາສິດທິມະນຸດໂດຍພື້ນຖານທີ່ສຸດ, ໂດຍສະເພາະແມ່ນກຸ່ມມີຄວາມສ່ຽງສູງ. ທ່ານກະຕຸກຊຸກຍູ້ໃຫ້ປະຊາຄົມສາກົນ ຈົ່ງຮ່ວມມືກັນເພື່ອແກ້ໄຂບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການຫາເງິນລ້ຽງຊີບຂອງປະຊາຊົນໃຫ້ບັນລຸປະສິດທິຜົນ.