• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອີຕາລີ: ຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ

ຕອນບ່າຍວັນທີ 5 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຫວຽດນາມ ແລະກະຊວງສິ່ງແວດລ້ອມ,  ທີ່ດິນ ແລະ ທະເລ ອີຕາລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ການຮ່ວມມືລະຫວ່າງສອງກະຊວງ.


ພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສອງກະຊວງ 

(ພາບ: TTXVN)

ເອກະສານສະບັບດັ່ງກ່າວ ແມ່ນປະຖົມປັດໄຈ ເພື່ອໃຫ້ສອງກະຊວງ ຊຸກຍູ້ການພົວພັນ ເພື່ອແນໃສ່ການເພີ່ມທະວີການຮ່ວມມື ດ້ານເຕັກນິກໃນການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງສິ່ງແວດລ້ອມ, ທີ່ດິນ ແລະ ທະເລ ດ້ວຍບັນດາເນື້ອໃນຄື ການຄຸ້ມຄອງຄວາມສ່ຽງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…. ພາຍຫຼັງພິທີລົງນາມ, ສອງຝ່າຍຈະດຳເນີນການສ້າງແຜນການປະຕິບັດຮ່ວມ ເພື່ອຜັນຂະຫຍາຍການປະຕິບັດ ໂດຍໄວ.

        ທີ່ພິທີລົງນາມ, ທ່ານ ເລກົງແທ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ສະເໜີໃຫ້ ອີຕາລີ ສືບຕໍ່ໜູນຊ່ວຍຫວຽດນາມປະຕິບັດໂຄງການ “ເພີ່ມທະວີລະບົບພະຍາກອນອາກາດ, ກ່າວເຕືອນໄພນ້ຳຖ້ວມຢູ່ຫວຽດນາມ - ໄລຍະ II” ໃຫ້ແກ່ເຂດທາງທິດໃຕ້ພາກກາງ ແລະ ກຳນົດທິດຮັກສາ, ເປີດກວ້າງໝາກຜົນທີ່ບັນລຸໄດ້ ອອກສູ່ບັນດາເຂດຕ່າງໆຂອງຫວຽດນາມ, ພິຈາລະນາໜູນຊ່ວຍຫວຽດນາມສ້າງນະໂຍບາຍ ກ່ຽວກັບການຕີລາຄາຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດຕໍ່ປະຊາຄົມ. ທ່ານ Francesco La Camera, ຫົວໜ້າກົມຮັບຜິດຊອບຂະແໜງການພັດທະນາແບບຍືນຍົງ, ພະລັງງານ ແລະດິນຟ້າອາກາດ, ກະຊວງສິ່ງແວດລ້ອມ, ທີ່ດິນ ແລະ ທະເລ ອີຕາລີ ໃຫ້ຮູ້ວ່າ: ອີຕາລີ ພ້ອມແລ້ວທີ່ຈະຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນບັນດາຂົງເຂດຄື: ການປ່ຽນແປງຂອງດິນຟ້າອາກາດ; ການຄຸ້ມຄອງສິ່ງເສດເຫຼືອ; ສົມທົບກັນ ເພື່ອໃຫ້ບັນດາວິສາຫະກິດອີຕາລີເຂົ້າຮ່ວມການຮ່ວມມືກັບຫວຽດນາມ.

 (ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top