• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ອິນໂດເນເຊຍເພີ່ມທະວີການຮ່ວມມືກ່ຽວກັບບັນຫາຢູ່ທະເລ

ຕອນບ່າຍວັນທີ 30 ກໍລະກົດ, ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນຄັ້ງທີ 52 (AMM 52) ແລະກອງປະຊຸມທີ່ກ່ຽວຂ້ອງ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ພົບປະສອງຝ່າຍກັບທ່ານນາງ RetnoMarsurdi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ.
ລັດຖະມົນຕີສອງທ່ານໄດ້ເປັນເອກະພາບໃນການເພີ່ມທະວີສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ-ອິນໂດເນເຊຍໃນຂົງເຂດຕ່າງໆ, ໃນນັ້ນ, ມີການຮ່ວມມືກ່ຽວກັບບັນຫາຢູ່ທະເລ; ປຶກສາຫາລືແລະແບ່ງປັນທັດສະນະກ່ຽວກັບບັນຫາທີ່ໃນພາກພື້ນແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງວຽກງານຊຸກຍູ້ຄວາມສາມັກຄີແລະບົດບາດໃຈກາງຂອງອາຊຽນ, ຍູ້ແຮງການຮ່ວມມືຢ່າງແທດຈິງແລະມີປະສິດທິຜົນໃນຂອບເຂດອາຊຽນກໍ່ຄືລະຫວ່າງອາຊຽນແລະບັນດາຄູ່ຮ່ວມມື.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານນາງ RetnoMarsurdi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນວ່າ: ແຕ່ລະຝ່າຍຕ້ອງໄດ້ປະຕິບັດຕາມກົດໝາຍສາກົນ,ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮັກສາສັນຕິພາບ, ສະຖຽນລະພາບແລະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຟ້າມບິ່ງມິງພ້ອມດ້ວຍບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນໄດ້ພົບປະກັບຜູ້ຕາງໜ້າຄະນະກຳມະການລັດຖະບານອາຊຽນກ່ຽວກັບສິດທິມະນຸດ (AICHR).

        ແລະກໍ່ໃນວັນທີ 30 ກໍລະກົດ ນີ້, ທ່ານຫງວຽນກ໊ວກຢຸ໊ງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ພົບປະກັບທ່ານ Vijay Thakur Sing ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ, ສະພາບການໃນພາກພື້ນແລະເພີ່ມທະວີການຮ່ວມມືລະຫວ່າງອິນເດຍກັບອາຊຽນ ແລະອານຸພາກພື້ນແມ່ນ້ຳຂອງ. 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top