• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ອວຍພອນວັນຊາດຂອງ ສປປ.ລາວ ຄົບຮອບ 44 ປີ

      ວັນທີ 27 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນແທັງຕຸ່ງ ອຸປະທູດຫວຽດນາມ ປະຈໍາ ລາວ ໄດ້ໄປອວຍພອນວັນຊາດຂອງ ສປປ.ລາວ ຄົບຮອບ 44 ປີ (ວັນທີ 02/12/1975 – 02/12/2019) ຢູ່ກະຊວງການຕ່າງປະເທດ ລາວ ແລະ ຄະນະພົວພັນສູນກາງພັກຕ່າງປະເທດ ປະຊາຊົນປະຕິວັດລາວ.

ທ່ານ ຫງວຽນແທັງຕຸ່ງ ອຸປະທູດຫວຽດນາມ ປະຈໍາ ລາວ ອວຍພອນວັນຊາດ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ (ພາບ: TTXVN)
      ທີ່ບັນດາການພົບປະ, ທ່ານ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຈົດຈໍາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອດ້ວຍນໍ້າໃສໃຈຈິງ, ທັນການ, ໃຫຍ່ຫຼວງ ແລະ ລໍ້າຄ່າຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ລາວ ໃນຕະຫຼອດຊຸມວັນເດືອນປີແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ກໍຄືໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດໃນປັດຈຸບັນ.
        ການນໍາຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່່າງປະເທດລາວ ເຊື່ອໝັ້້ນວ່າ ປີ 2020, ດ້ວຍປະສົບການໃນການຈັດຕັ້ງບັນດາເຫດການສາກົນທີ່ມີຂອບຂະໜາດໃຫຍ່, ຫວຽດນາມ ຈະປະຕິບັດໜ້າທີ່ເປັນປະທານອາຊຽນໄດ້ເປັນຢ່າງດີ. ພ້ອມທັງຢັ້ງຢືນວ່າ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍຫວຽດນາມປະຕິບັດໜ້າທີ່ດັ່ງກ່າວເປັນຢ່າງດີ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈໍາ ລາວ ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ການຢ້ຽມຢາມຂອງການນໍາສອງປະເທດຄັ້ງຕ່າງໆໃນໄລຍະຈະມາເຖິງ, ກ່ອນອື່ນແມ່ນກະກຽມບັນດາເຫດການທີ່ກ່ຽວຂ້ອງເຖິງການສະເຫຼີມສະຫຼອງ 70 ປີ ແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ” ໃຫ້ເປັນຢ່າງດີ. 
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ໂຕເລິມພ້ອມກັບປະມຸດລັດ, ການນຳບັນດາປະເທດເຂົ້າຮ່ວມພິທິເດີນສະໜາມກ້ອນກຳລັງຢູ່ຈັດຕູລັດແດງ

ທ່ານເລຂາທິການໃຫຍ່ໂຕເລິມພ້ອມກັບປະມຸດລັດ, ການນຳບັນດາປະເທດເຂົ້າຮ່ວມພິທິເດີນສະໜາມກ້ອນກຳລັງຢູ່ຈັດຕູລັດແດງ

ນີ້ແມ່ນຄັ້ງທຳອິດທີ່ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງ ສ້າງຮູບພາບສວຍງາມກ່ຽວກັບການຮ່ວມມືດ້ານການທະຫານ ແລະ ຄວາມສາມັກຄີສາກົນ.

Top